ອີຣານ ຍິງດາວທຽມຂຶ້ນສູ່ອາວະກາດສຳເລັດ
Email
Print
83
KPL - Asean 2024
າຍໃຕ້ ການໜູນຊ່ວຍຂອງ ຣັດເຊຍ, ອີຣານ ໄດ້ຍິງສຳເລັດ ດາວທຽມ 3 ລູກ ໂດຍປະເທດນີ້ ຜະລິດເອງ ຂຶ້ນສູ່ຮ່ວງ ອາວະກາດ. ດາມທຽມຕິດຕາມ 3 ລູກນີ້ ໂດຍປະເທດນີ້ພັດທະນາເອງ ທີ່ໄດ້ຍິງເຂົ້າອາວະກາດ ດ້ວຍລູກສອນໄຟ Soyuz, ຈາກສະໜາມບິນ ອາວະກາດ Vostochny Cosmodrome ຢູ່ຣັດເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ພາຍໃຕ້ ການໜູນຊ່ວຍຂອງ ຣັດເຊຍ, ອີຣານ ໄດ້ຍິງສຳເລັດ ດາວທຽມ 3 ລູກ ໂດຍປະເທດນີ້ ຜະລິດເອງ ຂຶ້ນສູ່ຮ່ວງອາວະກາດ. ດາມທຽມຕິດຕາມ 3 ລູກນີ້ ໂດຍປະເທດນີ້ພັດທະນາເອງ ທີ່ໄດ້ຍິງເຂົ້າອາວະກາດ ດ້ວຍລູກສອນໄຟ Soyuz, ຈາກສະໜາມບິນ ອາວະກາດ Vostochny Cosmodrome ຢູ່ຣັດເຊຍ. ບັນດາດາວ ທຽມ ທີ່ມີຊື່ ຕາມລຳດັບແມ່ນ Zafar-2, Paya ແລະ Kowsar 1.5, ໂດຍກຸ່ມເອກະຊົນຂອງ ອີຣານ ອອກແບບ ດ້ວຍໜ້າທີ່ຕິດຕາມ. ກ່ອນໜ້ານັ້ນ, ເມື່ອເດືອນກໍລະກົດປີນີ້, ອີຣານ ກໍ່ໄດ້ຍິງສຳເລັດ ດາວທຽບ ລູກໜຶ່ງ ຂຶ້ນສູ່ຮ່ວງອາວະກາດ ຈາກສະໜາມບິນ ອາວະກາດ Vostochny Cosmodrome ຢູ່ ຣັດເຊຍ. ໃນ 2 ປີຜ່ານມາ, ອີຣານ ໄດ້ຍິງດາວທຽມທັງໝົດ 10 ລູກ ຂຶ້ນສູ່ຮ່ວງອາວະກາດ ແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
