ພິມຈໍາໜ່າຍປຶ້ມ “ຊອກຮູ້ແນວຄິດ ສີ ຈິ້ນຜິງ ດ້ານເສດຖະກິດ”
Email
Print
83
KPL - Asean 2024
ສໍານັກພິມ ປະຊາຊົນ ແລະ ສໍານັກພິມ ວິທະຍຸສາກົນ ແຫ່ງປະເທດຈີນ ໄດ້ຮ່ວມກັນ ພິມຈໍາໜ່າຍປຶ້ມ “ຊອກຮູ້ ແນວຄິດ ສີ ຈິ້ນຜິງ ດ້ານເສດຖະກິດ” ທີ່ຮຽບຮຽງໂດຍ ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ແລະ ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໃນທົ່ວປະເທດຈີນ.

ຂປລ.ວັນທີ 29 ທັນວານີ້, ສໍານັກພິມ ປະຊາຊົນ ແລະ ສໍານັກພິມ ວິທະຍຸສາກົນ ແຫ່ງປະເທດຈີນ ໄດ້ຮ່ວມກັນ ພິມຈໍາໜ່າຍປຶ້ມ “ຊອກຮູ້ ແນວຄິດ ສີ ຈິ້ນຜິງ ດ້ານເສດຖະກິດ” ທີ່ຮຽບຮຽງໂດຍ ຄະ ນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ແລະ ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG ໃນທົ່ວປະເທດຈີນ. ປຶ້ມດັ່ງກ່າວ ມີຊື່ດຽວກັນກັບ ລາຍການໂທລະພາບ “ຊອກຮູ້ ແນວຄິດ ສີ ຈິ້ນ ຜິງ ດ້ານເສດຖະກິດ”, ໂດຍຖືເອົາ ຄໍາບັນຍາຍ ໃນລາຍການ ໂທລະພາບ ດັ່ງກ່າວ ເປັນຫລັກ ແລະ ມີການປັບປຸງ ຈາກນັ້ນ ໄດ້ຮຽບຮຽງ ເປັນປຶ້ມ. ປຶ້ມດັ່ງກ່າວ ໄດ້ປະສານສົມທົບ ເຂົ້າກັບພຶດຕິກໍາ ຕົວ ຈິງ, ໂດຍໄດ້ໃຫ້ຄໍາບັນຍາຍ ກ່ຽວກັບ ຄວາມໝາຍແກນກາງ, ເນື້ອໃນ ອັນອຸດົມສົມບູນ ແລະ ຂໍ້ກໍານົດ ໃນດ້ານພຶດຕິກໍາ ຂອງແນວຄິດ ສີ ຈິ້ນຜິງ ດ້ານເສດຖະກິດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
