ຣັດເຊຍ ຄົ້ນພົບແຫລ່ງໄຮໂດຣກາກບອນໃໝ່ 36 ແຫ່ງໃນປີ 2025

30/12/2025 13:56
Email Print 83
KPL - Asean 2024 ຣັດເຊຍ ໄດ້ຄົ້ນພົບແຫລ່ງ ໄຮໂດຣກາກບອນໃໝ່ ຈຳນວນ 36 ແຫ່ງໃນປີ 2025 ທຽບເທົ່າກັບສະຖິຕິ 36 ແຫ່ງເມື່ອປີກາຍ. ຢ່າງໃດກໍ່ຕາມ ຕົວເລກທີ່ແນ່ນອນ ຂັ້ນສຸດທ້າຍ ຈະມີການຢືນຢັນໃນຕົ້ນປີ 2026.

ຂປລ.ສຳນັກຂ່າວ ຊິນຮວາ ລາຍງານຈາກນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ ເມື່ອບໍ່ດົນມານີ້ວ່າ: ຣັດເຊຍ ໄດ້ຄົ້ນພົບແຫລ່ງ ໄຮໂດຣກາກບອນໃໝ່ ຈຳນວນ 36 ແຫ່ງໃນປີ 2025 ທຽບເທົ່າກັບສະຖິຕິ 36 ແຫ່ງເມື່ອປີກາຍ. ຢ່າງໃດກໍ່ຕາມ ຕົວເລກທີ່ແນ່ນອນ ຂັ້ນສຸດທ້າຍ ຈະມີການຢືນຢັນໃນຕົ້ນປີ 2026.

ໂດຍທ່ານ ອະເລັກຊານເດີຣ ຄໍຊະລອຟ ລັດຖະມົນຕີ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງ ຣັດເຊຍ ກ່າວວ່າ: ການສຳຫລວດທໍລະນີ ວິທະຍາໃນປີ 2025 ສົ່ງຜົນໃຫ້ ຣັດເຊຍ ມີປະລິມານສຳຮອງ ນໍ້າມັນເພີ່ມຂຶ້ນ 666 ລ້ານໂຕນ ແລະ ປະລິມານສຳຫລວດ ແກັສເພີ່ມຂຶ້ນ 686.000 ລ້ານແມັດກ້ອນ, ຊຶ່ງເປັນຕົວເລກ ໃກ້ຄຽງກັບ ໄລຍະເວລາ ຫລາຍປີ ກ່ອນໜ້ານີ້.

ໃນຂະນະທີ່ ໄລຍະ 9 ເດືອນຕົ້ນປີນີ້ (ເດືອນມັງກອນ ຫາ ເດືອນກັນຍາ) ມີປະລິມານສໍາຮອງ ນໍ້າມັນ ແລະ ຄອນເດນເສດ (Condensate)ເພີ່ມຂຶ້ນ 80,5 ລ້ານໂຕນ. ຂະນະດຽວກັນ ປະລິມານການສຳຮອງ ແກັສເພີ່ມຂຶ້ນ 450.000 ລ້ານແມັດກ້ອນ.

KPL