ສາຍການບິນຫວຽດເຈັດ ສຳເລັດການກໍ່ສ້າງໂຄງສ້າງຫລັກ ຂອງອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ຢູ່ສະໜາມບິນສາກົນ ລອງແທ່ງ

23/12/2025 19:09
Email Print 83
KPL - Asean 2024 ສາຍການບິນຫວຽດເຈັດ (Vietjet) ໄດ້ສ້າງສຳເລັກການກໍ່ສ້າງໂຄງຫລັກ ຂອງອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ຢູ່ສະໜາມບິນສາກົນ ລອງແທ່ງ (Long Thanh), ພ້ອມທັງເປີດຖ້ຽວບິນປະຖົມມະລຶກ

ຂປລ. ສາຍການບິນຫວຽດເຈັດ (Vietjet)ໄດ້ສ້າງສຳເລັກການກໍ່ສ້າງໂຄງຫລັກ ຂອງອາຄານສ້ອມແປງ ແລະ ບຳລຸງຮັກສາເຮືອບິນມາດຕະຖານສາກົນ ຢູ່ສະໜາມບິນສາກົນ ລອງແທ່ງ (Long Thanh), ພ້ອມທັງເປີດຖ້ຽວບິນປະຖົມມະລຶກ ຖ້ຽວບິນ VJ038 ຈາກສະໜາມບິນສາກົນ ຕັນເຊີນເຍີດ (Tan Son Nhat) ທີ່ນະຄອນໂຮ່ຈີມິນ ໄປສະໜາມບິນສາກົນ ລອງແທ່ງ ໂດຍໃຊ້ເຮືອບິນ Airbus A321neo. ເຫດການດັ່ງກ່າວໄດ້ຢືນຢັນເຖິງຄວາມມຸ່ງໝັ້ນໄລຍະຍາວ ຂອງສາຍການບິນ Vietjet ໃນການລົງທຶນໃສ່ໂຄງລ່າງພື້ນຖານການບິນທີ່ທັນສະໄໝ, ຄົບວົງຈອນ ແລະ ຍືນຍົງ ເພື່ອສະໜັບສະໜູນການເຊື່ອມຕໍ່ໃນລະດັບພາກພື້ນ ແລະ ລະດັບໂລກ.

ໂຄງການກໍ່ສ້າງອາຄານສ້ອງແປງ ແລະ ບໍາລຸງຮັກສາເຮືອບິນມາດຕະຖານສາກົນ ລອງແທ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 19 ສິງຫາ 2025 ໂຄງການນີ້ໄດ້ຮັບການພັດທະນາໃນເນື້ອທີ່ 8,4 ເຮັກຕາ ດ້ວຍມູນຄ່າການລົງທຶນສູງເຖິງ 100 ລ້ານໂດລາສະຫະລັດ. ສິ່ງອໍານວຍຄວາມສະດວກດັ່ງກ່າວປະກອບມີ ໂຮງຈອດຍົນໝາຍເລກ 3 ແລະ ໝາຍເລກ 4, ເຊິ່ງໄດ້ຮັບການອອກແບບ, ຄຸ້ມຄອງ ແລະ ຕິດຕາມກວດກາ ໂດຍບໍລິສັດທີ່ປຶກສາລະດັບສາກົນຄື: Mace (ສະຫະລາຊະອານາຈັກ) ແລະ Apave (ຝຣັ່ງ). ຈຸດເດັ່ນຂອງໂຄງການແມ່ນໂຄງສ້າງເຫລັກກ້າທີ່ມີຄວາມກວ້າງພິເສດ, ຖືກສ້າງຂຶ້ນເພື່ອໃຫ້ໄດ້ມາດຕະຖານການບິນລະດັບໂລກທີ່ເຂັ້ມງວດ. ເມື່ອສຳເລັດຈະສາມາດຮອງຮັບ ແລະ ບຳລຸງຮັກສາເຮືອບິນຂະໜາດນ້ອຍ (narrow-body) 6 ລໍາ ແລະ ເຮືອບິນຂະໜາດໃຫຍ່ (wide-body) 2 ລໍາ ໃນເວລາດຽວກັນ ຫຼື ສາມາດຮອງຮັບເຮືອບິນຂະໜາດນ້ອຍໄດ້ສູງເຖິງ 10 ລໍາ. ຄາດວ່າຈະຊ່ວຍເພີ່ມຂີດຄວາມສາມາດໃນການບຳລຸງຮັກສາພາຍໃນປະເທດ, ຫລຸດຜ່ອນການເພິ່ງພາການບໍລິການດ້ານເຕັກນິກຈາກຕ່າງປະເທດ, ຫລຸດຕົ້ນທຶນການດຳເນີນງານ ແລະ ສ້າງວຽກເຮັດງານທຳທີ່ມີຄຸນນະພາບສູງໃນຫວຽດນາມ ແລະ ພາກພື້ນ.
KPL