ເຂດສາມຫລ່ຽມ ປາກແມ່ນ້ຳຢາງຊີກຽງ ອອກແຮງສ້າງສູນ ຫັນປ່ຽນໝາກຜົນ ດ້ານວິທະຍາສາດ ເຕັກໂນໂລຊີ ແລະ ກຸ່ມນະວັດຕະກຳ ອຸດສາຫະກຳລະດັບສູງ

23/12/2025 15:47
Email Print 83
KPL - Asean 2024 ນະຄອນ​ຊຽງ​ໄຮ້ ​ມີ​ວິ​ສາ​ຫະ​ກິດ ​ເຕັກ​ໂນ​ໂລ​ຊີ​ ທັນ​ສະ​ໄໝ​​ ຫລາຍກວ່າ 25.000 ແຫ່ງ ແລະ​ ມີ​ວິ​ສາ​ຫະ​ກິດ​ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​​ ກຳ​ເນີດ​ຂຶ້ນ ​ສະ​ເລ່ຍ 320 ແຫ່ງ​ຕໍ່​ວັນ, ໃນ 6 ເດືອນ​ຕົ້ນ​ປີ ​​​2025, ໃນທຸກໆ 3 ບົດ​ວິ​ທະ​ຍາ​ນິ​ພົນ ​ທີ່​ລົງ​ພິມ​ ໃນ​ວາ​ລະ​ສານ​ ລະ​ດັບ​ສູງ​ສຸດ ​ສາ​ກົນ ກໍ​ມີ​ບົດ​ໜຶ່ງ ມາ​ຈາກ​ຊຽງ​ໄຮ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG,  ນະຄອນ​ຊຽງ​ໄຮ້ ​ມີ​ວິ​ສາ​ຫະ​ກິດ ​ເຕັກ​ໂນ​ໂລ​ຊີ​ ທັນ​ສະ​ໄໝ​​ ຫລາຍກວ່າ 25.000 ແຫ່ງ ແລະ​ ມີ​ວິ​ສາ​ຫະ​ກິດ​ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​​ ກຳ​ເນີດ​ຂຶ້ນ ​ສະ​ເລ່ຍ 320 ແຫ່ງ​ຕໍ່​ວັນ, ໃນ 6 ເດືອນ​ຕົ້ນ​ປີ ​​​2025, ໃນທຸກໆ 3 ບົດ​ວິ​ທະ​ຍາ​ນິ​ພົນ ​ທີ່​ລົງ​ພິມ​ ໃນ​ວາ​ລະ​ສານ​ ລະ​ດັບ​ສູງ​ສຸດ ​ສາ​ກົນ ກໍ​ມີ​ບົດ​ໜຶ່ງ ມາ​ຈາກ​ຊຽງ​ໄຮ້.ໂດຍ​ຖື​ເອົາ​ ນະ​ຄອນ​ຊຽງ​ໄຮ້​ ເປັນ​ຜູ້​ນຳໜ້າ, ​ຄວາມ​ສາ​ມາດ​ປະ​ດິດ​ສ້າງ​ ຂອງເຂດ​ສາມ​ຫລ່ຽມ​ ປາກ​ແມ່​ນ້ຳ​ຢາງ​ຊີ​ກຽງ​ຂອງ​ ສປ ຈີນ​ ເຊິ່ງ​ລວມ​ທັງ ​ແຂວງ​ຈ່ຽງ​ຊູ, ແຂວງ​ເຈີ້​ຈ່ຽງ ແລະ ແຂວງ​ອ່ານ​ຮຸຍ​ໄດ້​ຍົກ​ສູງ​ຂຶ້ນ​ ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ຊຸມ​ປີ​​ຜ່ານມາ​ນີ້. ໃນ​ເວ​ລາ​​ລົງເຄື່ອນ​ໄຫວ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ເຂດ​ສາມ​ຫລ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີ​ກຽງ, ທ່ານ​ ສີ ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ ສປ ​ຈີນ ​ໄດ້​ຊີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ, ນະ​ຄອນ​ຊຽງ​ໄຮ້ ແລະ ເຂດ​ສາມ​ຫລ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີ​ກຽງ ​ບໍ່​ພຽງ​ແຕ່​ຄວນ​ສະ​ໜອງ​ ຜະ​ລິດ​ຕະ​ພັນ​ ທີ່​ມີ​ຄຸນ​ນະ​ພາບ​ດີ​ເທົ່າ​ນັ້ນ, ​ຍັງ​ຕ້ອງສະ​ໜອງ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ໃນ​ລະ​ດັບ​ສູງ ເພື່ອ​ສະ​ໜັບ​ສະ​ໜູນ​ ການ​ພັດ​ທະ​ນາ​ ທີ່​ມີ​ຄຸນ​ນະ​ພາບ​ສູງ​ ຂອງ​ທົ່ວ​ປະ​ເທດ. ປີ 2007, ທ່ານ​ ສີ ​ຈິ້ນ​ຜິງ ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຊຽງ​ໄຮ້ ​ໃນ​ເວ​ລາ​ນັ້ນ​ໄດ້​ຮຽກ​ຮ້ອງ​ ໃຫ້​ໂຄງ​ການ​ປະ​ດິດ​ສ້າງ ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ລະ​ດັບ​ຊາດ​ເຊັ່ນ​: ​ສູນ​ລັງ​ສີ​ຊິນ​ໂຄ​ຣ​ຕ​ຣອນ​ຊຽງ​ໄຮ້ ຫລື SSRF ​ປະ​ສານ​ສົມ​ທົບ​ກັບ ​ຍຸດ​ທະ​ສາດ ​ແຫ່ງ​ຊາດ ​ຢ່າງ​ແໜ້ນ​ແຟ້ນ. ພາຍ​ຫລັງ ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2009 ເປັນ​ຕົ້ນ​ມາ SSRF ໄດ້​ສະ​ໜັບ​ສະ​ໜູນ​ຫົວ​ຂໍ້​ ທົດ​ລອງ​ ຫລາຍກວ່າ 20.000 ຫົວ​ຂໍ້. ຜູ້​ຊົມ​​ມີ​ຄວາມສົນ​ໃຈຕໍ່​ລົດ​ຍົນ​ ທີ່​ພິມ​ດ້ວຍເຕັກ​ນິກ 3D ​ຢູ່​ເຂດ​ວາງ​ສະ​ແດງ​ລົດ​ຍົນ​ ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ ​ນຳ​ເຂົ້າ​ສາ​ກົນ​ຈີນ ທີ່​ນະ​ຄອນ​ຊຽງ​ໄຮ້.ປັດ​ຈຸ​ບັນ, ​ການ​ປະ​ດິດ​ສ້າງ​ ດ້ານວິ​ທະ​ຍາ​ສາດ​ເຕັ​ກ​ໂນ​ໂລ​ຊີ ​ຂອງ​ເຂດສາມ​ຫລ່ຽມ ​ປາກ​​ແມ່​ນ້ຳຢາງ​ຊີ​ກຽງ​ ໄດ້​ຍົກ​ລະ​ດັບ​ສູງ​ຂຶ້ນ ​ຢ່າງ​ບໍ່​ຢຸດ​ຢັ້ງ, ໃນ 100 ກຸ່ມ​ນະ​ວັດ​ຕະ​ກຳ ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ​ປີ 2025” ຂອງ​ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ ​ຫລື WIPO, ກຸ່ມຊຽນ​ໄຮ້-​ຊູໂຈ່ວ​ ເປັນ​ອັນ​ດັບ​ທີ 6, ສ່ວນນະຄອນຫາງໂ​ຈ່ວ ເປັນ​ອັນ​ດັບ​ທີ 13, ນະ​ຄອນນານ​ກິ່ງ ເປັນ​ອັນ​ດັບ​ທີ 15 ແລະ ​ນະ​ຄອນເຫີເ​ຝີຍ ​ເປັນ​ອັນ​ດັບ​ທີ 39./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL