ສປ ຈີນ ປະກາດປັບຂຶ້ນພາສີຜະລິດຕະພັນຈາກ ອີຢູ ສູງສຸດ 42,7%

23/12/2025 15:48
Email Print 83
KPL - Asean 2024 ສປ ຈີນ ປະກາດປັບຂຶ້ນພາສີ ນຳເຂົ້າ ຈາກສະຫະພາບ ເອີຣົບ ຫລື EU ໃນັດຕາສູງສຸດ 42,7% ໂດຍອັດຕາພາສີໃໝ່ນີ້ ຈະມີ ຜົນບັງຄັບໃຊ້ ໃນວັນທີ 23 ເມສາປີ2026 ແລະ ອັດຕາພາສີ ຈະຖືກກຳນົດ ໂດຍອີງໃສ່ ລະດັບການອຸດໜູນ ທີ່ຄິດໄລ່ເປັນເປີເຊັນ ຂອງມູນຄ່າສິນຄ້າ, ໂດຍຂຶ້ນກັບ ການພິຈາລະນາ ຂອງຄະນະກຳມະການ ພາສີອາກອນ.

ຂປລ.ສຳນັກຂ່າວ ອິໂຟເຄວສ(InfoQuest),ສປ ຈີນ ປະກາດ ປັບຂຶ້ນພາສີ ນຳເຂົ້າ ຈາກສະຫະພາບ ເອີຣົບ ຫລືEU ໃນັດຕາສູງສຸດ 42,7% ໂດຍອັດຕາພາສີໃໝ່ນີ້ ຈະມີ ຜົນບັງຄັບໃຊ້ ໃນວັນທີ 23 ເມສາປີ2026ແລະ ອັດຕາພາສີ ຈະຖືກກຳນົດ ໂດຍອີງໃສ່ ລະດັບການອຸດໜູນ ທີ່ຄິດໄລ່ເປັນເປີເຊັນ ຂອງມູນຄ່າສິນຄ້າ, ໂດຍຂຶ້ນກັບ ການພິຈາລະນາ ຂອງຄະນະກຳ ມະການ ພາສີອາກອນ.ອັດຕາພາສີ ຈະຢູ່ໃນລະຫວ່າງ 21.9% ຫາ 42.7%, ໂດຍບໍລິສັດ ທີ່ຮ່ວມມືກັບການສືບສວນ ຈະຖືກເກັບພາສີ ໃນອັດຕາ 28.6%, ໃນຂະນະທີ່ ບໍລິສັດ ທີ່ບໍ່ຮ່ວມມື ຈະ ຖືກເກັບພາສີ ໃນອັດຕາສູງສຸດ 42.7%.ຜະລິດຕະພັນ ທີ່ຕ້ອງເສຍພາສີ ລວມມີ ເນີຍແຂງສົດ, ເນີຍແຂງປຸງແຕ່ງ, ພ້ອມທັງນົມ ແລະ ຄຣີມບາງຊະນິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL