ການຮ່າງເອກະສານ “ແຜນການສັນຕິພາບ” ສະບັບເບື້ອງຕົ້ນ ສຳເລັດແລ້ວ
Email
Print
83
KPL - Asean 2024
ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ ໄດ້ຢືນຢັນວ່າ: ຄະນະຜູ້ແທນຂອງ ອູແກຣນ ໄດ້ເດີນທາງກັບ ອູແກຣນ ພາຍຫລັງສິ້ນສຸດການເຈລະຈາຕ່າງໆກັບ ສ.ອາເມລິກາ ທີ່ຈັດຂຶ້ນ ຢູ່ນະຄອນໄມອາມີຂອງ ສ.ອາເມລິກາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ ຫລື CMG, ວັນທີ 22 ທັນວານີ້ ຕາມເວລາທ້ອງຖິ່ນ, ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີ ອູແກຣນ ໄດ້ຢືນຢັນວ່າ: ຄະນະຜູ້ແທນຂອງ ອູແກຣນ ໄດ້ເດີນທາງກັບ ອູແກຣນ ພາຍຫລັງສິ້ນສຸດການເຈລະຈາຕ່າງໆກັບ ສ.ອາເມລິກາ ທີ່ຈັດຂຶ້ນ ຢູ່ນະຄອນໄມອາມີຂອງ ສ.ອາເມລິກາ. ທ່ານ ໂວໂລດີເມຍ ເຊເລນສະກີ ໄດ້ກ່າວວ່າ: ຄະນະຜູ້ແທນ ອູແກຣນ ຈະຍື່ນເອກກະສານ ລະອຽດ ກ່ຽວກັບການເຈລະຈາຄັ້ງນີ້ໃຫ້ຕົນ, ຄະນະທັງສອງຝ່າຍ ໄດ້ສຳເລັດວຽກງານ ສຳຄັນ ທັງໝົດກ່ຽວກັບ “ແຜນການສັນຕິພາບ” ສະບັບເບື້ອງຕົ້ນ, ແຜນການດັ່ງກ່າວ ໄດ້ຮ່າງສຳເລັດໂດຍລວມ, ເຖິງວ່າ ບໍ່ແມ່ນແຜນການ ທີ່ສົມບູນແບບ, ແຕ່ການຊຸກຍູ້ເປົ້າໝາຍສຳຄັນ ທີ່ເປັນໃຈກາງ ໄດ້ສຳເລັດລົງແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
