ສ.ອາມລິກາ ເພີ່ມແຮງຈູງໃຈໃຫ້ຜູ້ອົບພະຍົບກັບປະທດ 3.000 ໂດລາສະຫະລັດ

23/12/2025 16:34
Email Print 83
KPL - Asean 2024 ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ຂໍ້ສະໜີ ຈ່າຍເງິນ ໃຫ້ຜູ້ົບພະຍົບ ແບບຜິດກົດໝາຍ 3.000 ໂດລາສະຫະລັດ ພ້ອມກັບຄ່າປີ້ຍົນ ໃຫ້ແບບບບໍ່ສຍຄ່າ(ຟຣີ) ຫາກຍິນຍອມ ເດີນທາງອອກຈາກ ສ.ອາເມລິກາ ໂດຍສະໝັກໃຈ

ຂປລ.ສຳນັກຂ່າວ ອິໂຟເຄວສ(InfoQuest), ວັນທີ 23 ທັນວານີ້, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ຂໍ້ສະໜີ ຈ່າຍເງິນ ໃຫ້ຜູ້ອົບພະຍົບ ແບບຜິດກົດໝາຍ 3.000 ໂດລາສະຫະລັດ ພ້ອມກັບ ຄ່າປີ້ຍົນໃຫ້ ໂດຍບໍ່ເສຍຄ່າ(ຟຣີ) ຫາກຍິນຍອມ ເດີນທາງອອກຈາກ ສ.ອາເມລິກາ ໂດຍສະໝັກໃຈ ກ່ອນ ທ້າຍປີນີ້ ດ້ວຍວົງເງິນ 3.000 ໂດລາສະຫະລັດ ຈາກເມື່ອກ່ອນ 1.000 ໂດລາສະຫະລັດ ເພີ່ມຂຶ້ນເປັນ 3ເທົ່າ ໂດຍຜູ້ເຂົ້າເມືອງ ທີ່ບໍ່ມີເອກະສານ ທີ່ລົງທະບຽນເພື່ອ ສົ່ງກັບຄືນປະເທດ ດ້ວຍ ຕົນເອງ ຜ່ານໃບສະໝັກ ຈະໄດ້ຮັບການຮັບຜິດຊອບ ໃນການຈັດການການເດີນທາງ ແລະ ຄ່າໃຊ້ຈ່າຍ ທັງໝົດໂດຍລັດຖະບານ ສະຫະລັດ ອາເມລິກາ ແລະ ພວກເຂົາ ຍັງຈະໄດ້ຮັບການຍົກເວັ້ນຄ່າປັບໄໝ ຫລື ການລົງໂທດທາງແພ່ງ ສຳລັບ ການຢູ່ເກີນກຳນົດວີຊາ.ນັບຕັ້ງ ແຕ່ເດືອນມັງກອນ 2025, ມີຜູ້ອົບພະຍົບ 1,9 ລ້ານຄົນໄດ້ເດີນ ທາງກັບ ປະເທດ ໂດຍສະໝັກໃຈ.ຂະນະທີ່ ລັດຖະມົນຕີ ກະຊວງຄວາມໝັ້ນຄົງ ພາຍໃນປະເທດ ໄດ້ກ່າວໃນຖະແຫລງຂ່າວວ່າ ຜູ້ອົບພະຍົບ ແບບຜິດກົດໝາຍ ຄວນໃຊ້ປະໂຫຍດ ຈາກຂອງ ຂວັນນີ້ ແລະ ເນລະເທດຕົນເອງ, ເພາະວ່າ ຖ້າພວກເຂົາບໍ່ເຮັດ, ພວກເຮົາ ຈະຕິດຕາມພວກເຂົາ, ຈັບກຸມພວກເຂົາ, ແລະ ພວກເຂົາ ຈະບໍ່ມີໂອກາດ ກັບຄືນມາອີກ../.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL