ອົດສະຕຣາລີ ແລະ ອາຊຽນ ຮ່ວມກັນສົ່ງເສີມສັນຕິພາບ

21/11/2025 10:01
Email Print 83
KPL - Asean 2024 ປະຊາຄົມອາຊີຕາເວັນອອກສຽງໃຕ້ ລ້ວນແຕ່ເຂົ້າໃຈດີເຖິງຄຸນຄ່າຂອງສັນຕິພາບ ແລະ ຜົນກະທົບຂອງຂໍ້ຂັດແຍ້ງ.

(ຄຳເຫັນຂອງທ່ານນາງ ເມແກັນ ຈອນສເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ)

ຂປລ. ປະຊາຄົມອາຊີຕາເວັນອອກສຽງໃຕ້ ລ້ວນແຕ່ເຂົ້າໃຈດີເຖິງຄຸນຄ່າຂອງສັນຕິພາບ ແລະ ຜົນກະທົບຂອງຂໍ້ຂັດແຍ້ງ. ການໃຊ້ຄວາມຮຸນແຮງ ແລະ ຄວາມບໍ່ສະຫງົບ ທໍາລາຍຊີວິດການເປັນຢູ່, ພາໃຫ້ປະຊາຊົນພັກພາກຖິ່ນຖານ ແລະ ຂັດຂວາງການເຕີບໂຕ ຂອງເສດຖະກິດ-ເປັນໄພນາບຂູ່ຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ຄວາມປອດໄພດ້ານພະລັງງານ, ເຮັດໃຫ້ເກີດຄວາມສ່ຽງ ຕໍ່ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງໃນໄລຍະຍາວ.

ທ່າມກາງບັນຍາກາດທີ່ມີຄວາມສະຫລັບຊັບຊ້ອນ, ມັນມີຄວາມຈໍາເປັນທີ່ຕ້ອງມີການນໍາພາ ແລະ ຮ່ວມມືກັນໃຫ້ຫລາຍຂຶ້ນ. ອາຊຽນແມ່ນຕົວຢ່າງອັນໜຶ່ງໃນເລື່ອງນີ້  ໂດຍຍົກສູງຄວາມເຊື່ອໝັ້ນ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ, ແລະ ສ້າງເວທີການປຶກສາຫາລື.  ຍ້ອນແນວນີ້, ປະເທດອົດສະຕຣາລີ ຈຶ່ງສະໜັບສະໜູນຄວາມພະຍາຍາມ ເພື່ອເຮັດໃຫ້ກົນໄກການນໍາພາ ຂອງອາຊຽນສາມາດປ້ອງກັນຄວາມຂັດແຍ້ງ ກ່ອນທີ່ມັນຈະເກີດຂຶຶ້ນ.  ຍ້ອນແນວນີ້, ປະເທດອົດສະ ຕຣາລີ ຈຶ່ງໃຫ້ຄວາມສໍາຄັນເປັນບຸລິມະສິດແກ່ພາກພື້ນຂອງພວກເຮົາ, ການພົວພັນຂອງພວກເຮົາ, ແລະ ເຫັນດີກັບບັນດາຫລັກການທີ່ປົກປ້ອງພວກເຮົາທັງໝົດ.

ຖະແຫລງການຮ່ວມຂອງຜູ້ນໍາອາຊຽນ- ອົດສະຕຣາລີ ວ່າດ້ວຍການປ້ອງກັນຄວາມຂັດແຍ້ງ ແລະ ການຄຸ້ມຄອງວິກິດການ ໃນເວທີການປະຊຸມລະດັບພາກພື້ນ ທີ່ນໍາພາໂດຍອາຊຽນ (ໃນວັນທີ 28 ຕຸລາ 2025) ໄດ້ຢໍ້າຄືນການຮັບຮູ້ຂອງພວກຂ້າພະເຈົ້າວ່າ ສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນພວກເຮົາ ແມ່ນຂຶ້ນກັບຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາ.  ມັນເປັນສັນຍານເຕືອນຢ່າງຈະແຈ້ງ ໃຫ້ຮູ້ວ່າໃນບັນຍາກາດ ທີ່ມີຄວາມທ້າທາຍເພີ່ມຂຶ້ນ, ພວກເຮົາໄດ້ເຕົ້າໂຮມກັນໂດຍເລືອກເອົາວິທີການປຶກສາຫາລື ແກ້ໄຂການຜະເຊີນໜ້າ ແລະ ການຮ່ວມມືກັນເພື່ອແກ້ໄຂການແບ່ງແຍກ.

ຄວາມຂັດແຍ້ງເປັນສິ່ງທີ່ຫລີກເວັ້ນບໍ່ໄດ້ ຫລື ບໍ່ສາມາດຄວບຄຸມໄດ້ຖ້າວ່າມັນໄດ້ເລີ່ມຂຶ້ນແລ້ວ. ສໍາລັບປະເທດອົດສະຕຣາລີ ການປ້ອງກັນຄວາມຂັດແຍ້ງ ໝາຍເຖິງການສົ່ງເສີມໃຫ້ເຄົາລົບ ອໍານາດອະທິປະໄຕຂອງພາກພື້ນ ຂອງພວກເຮົາ, ແກ້ໄຂຄວາມຂັດແຍ້ງຢ່າງສັນຕິວິທີ ໂດຍສອດຄ່ອງກັບກົດໝາຍສາກົນ ແລະ ທຸກປະເທດ  ບໍ່ວ່າຈະເປັນປະເທດໃຫຍ່ ຫລື ນ້ອຍ ລ້ວນແຕ່ມີບົດບາດຮ່ວມກັນ. ສິ່ງນີ້ມັນຮຽກຮ້ອງໃຫ້ມີການສ້າງຄວາມເຊື່ອໝັ້ນ ເຊິ່ງກັນ ແລະກັນ, ຄວາມໂປ່ງໃສ ແລະ ມີເຄື່ອງມືທີ່ແທດເໝາະເພື່ອຫລຸດຜ່ອນຄວາມເຄັ່ງຕຶງ. ພວກເຮົາທັງໝົດມີບົດບາດໃນການສະແຫວງຫາສັນຕິພາບ.

ອາຊຽນ ແລະ ເວທີການຮ່ວມມື, ລວມທັງກອງປະຊຸມສຸດຍອດອາຊີຕາເວັນອອກ ລ້ວນມີຄວາມສໍາຄັນຕໍ່ຄວາມພະຍາຍາມນີ້. ກະບອກສຽງຂອງອາຊຽນ ມີເອກະລັກ ແລະ ມີຜົນເນື່ອງພາໃຫ້ເກີດມີຫລາຍຮູບການ, ສ້າງຄວາມມຸ້ງຫວັງ ແລະ ມີອິດທິພົນຕໍ່ພຶດຕິກໍາຂອງປະເທດໃນພາກພື້ນນີ້  ແລະ ເປັນຮາກຖານຂອງວິທີການທີ່ແທດເໝາະເພື່ອຄວບຄຸມຄວາມເຄັ່ງຕຶງ ແລະ ສົ່ງເສີມຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ.

ຄວາມໝາຍໝັ້ນຂອງອາຊຽນເພື່ອໃຫ້ມີສັນຕິພາບ, ຄວາມໝັ້ນຄົງ ແລະ ເວທີປຶກສາຫາລື ແມ່ນສິ່ງສໍາຄັນຂອງວິໄສທັດຂອງອາຊຽນ. ຄວາມໝາຍໝັ້ນນີ້ ສະແດງອອກໃຫ້ເຫັນດ້ວຍທັດສະນະ ຂອງອາຊຽນຕໍ່ພາກພື້ນ ອິນໂດ-ປາຊີຟິກ, ກົດບັດອາຊຽນ, ແລະ ຖະແຫລງການກົວລາລໍາເປີ ວ່າດ້ວຍ ອາຊຽນ 2045: ອະນາຄົດຮ່ວມກັນຂອງອາຊຽນ. ຈິດໃຈແບບດຽວກັນນີ້ ຍັງສະແດງໃຫ້ເຫັນຢູ່ໃນສົນທິສັນຍາ ວ່າດ້ວຍສໍາພັນທະໄມຕີ ແລະ ການຮ່ວມມືຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຊຶ່ງຈະຄົບຮອບ 50 ປີໃນປີ 2026.

ໂດຍສືບສານຈາກພື້ນຖານທີ່ມີແລ້ວນີ້ ອົດສະຕຣາລີ ໄດ້ສຸມໃສ່ການນໍາພາທີ່ແທດເໝາະກັບຕົວຈິງ ແລະ ມີການຮ່ວມມືທີ່ເປັນຂໍ້ລິເລີ່ມຕ່າງໆ ເປັນຕົ້ນແມ່ນບັນດາກອງປະຊຸມສໍາມະນາ ປ້ອງກັນຄວາມຂັດແຍ້ງ ທີ່ຈັດຂຶ້ນຮ່ວມກັບອາຊຽນ ໂດຍມີການສະໜັບສະໜູນ ຮ່ວມກັນຂອງປະເທດ ອິນໂດເນເຊຍ ແລະ ມາເລເຊຍ. ຄວາມພະຍາຍາມເຫລົ່ານີ້ ບໍ່ພຽງແຕ່ເປັນສັນຍານ ຂອງຄວາມເອົາໃຈໃສ່ເທົ່ານັ້ນ ແຕ່ຍັງເປັນການລົງທຶນໂດຍກົງ ເຂົ້າໃນການຮັດແໜ້ນໂຄງສ້າງຂອງອາຊຽນເພື່ອປ້ອງກັນຄວາມຂັດແຍ້ງ ແລະ ຄວບຄຸມວິກິດການກ່ອນທີ່ມັນຈະທະວີຄວາມຮຸນແຮງຂຶ້ນ.

ອົດສະຕຣາລີ ບໍ່ພຽງແຕ່ສະໜັບສະໜູນປະຊາຄົມອາຊຽນ ດ້ານຫລັກການເທົ່ານັ້ນແຕ່ຍັງສະໜັບສະໜູນ ໃນດ້ານຕົວຈິງສໍາລັບບັນດາຫລັກການ ແລະ ຮູບການຕ່າງໆ ທີ່ເປັນພື້ນຖານຂອງຄວາມໝັ້ນຄົງ ຂອງພາກພື້ນແຫ່ງນີ້.  ໃນນີ້ລວມທັງການສະໜັບສະໜູນ ອັນເຂັ້ມແຂງຂອງພວກເຮົາ ໃຫ້ແກ່ກອບວຽກນິຕິກໍາສາກົນ ຊຶ່ງລວມທັງສົນທິສັນຍາສະຫາປະຊາຊາດ ວ່າດ້ວຍກົດໝາຍທາງທະເລ (UNCLOS)ປີ 1982. ກອບວຽກນິຕິກໍາສາກົນ ເປັນຕົ້ນແມ່ນ UNCLOSປີ 1982 ມີຄວາມສໍາຄັນເນື່ອງຈາກ ມັນຊ່ວຍຮັກສາແລວທາງເຂດແດນຂອງໂລກ ໃຫ້ໝັ້ນຄົງ ແລະ ປອດໄພ.

ໃນລະດັບສາກົນ, ອົດສະຕຣາລີ ຍັງສະໜັບສະໜູນການປະຕິບັດການອັນສໍາຄັນ ໃນການຮັກສາສັນຕິພາບ, ລວມທັງການຮ່ວມມື ກັບປະເທດຫວຽດນາມ ທີ່ພວກຂ້າພະເຈົ້າ ໄດ້ເຮັດວຽກໄປຄຽງຄູ່ກັບການສົ່ງບຸກຄະລາກອນ ໃຫ້ແກ່ໜ່ວຍງານຂອງສະຫາປະຊາຊາດ ທີ່ເຂົ້າໄປໃນບົດບາດ ສົ່ງເສີມສັນຕິພາບໃນປະເທດ ຊູດານໃຕ້  ໂດຍໄດ້ສະໜອງການຂົນສົ່ງທາງອາກາດ, ການຝຶກອົບຮົມ ແລະ ສະໜອງອຸປະກອນ. ໂດຍອີງຕາມພາລະບົດບາດ ຂອງອົດສະຕຣາລີ  ໃນຄະນະກໍາມະທິການຂອງສະຫາປະຊາຊາດ ເພື່ອສ້າງສັນຕິພາບ ພວກຂ້າພະເຈົ້າກໍາລັງສົ່ງເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບທີ່ມີຫລາຍຝ່າຍເຂົ້າຮ່ວມ ແລະ ສະໜັບສະໜູນຄວາມພະຍາຍາມຕ່າງໆ ເພື່ອປ້ອງກັນຄວາມຂັດແຍ້ງທັງຢູ່ໃນພາກພື້ນ ແລະ ໃນທົ່ວໂລກ.

ຖະແຫລງການຂອງບັນດາຜູ້ນໍາ ແມ່ນການຮຽກຮ້ອງໃຫ້ມີການປະຕິບັດການ. ຄວາມຂັດແຍ້ງເປັນສີ່ງທີ່ຫລີກບໍ່ໄດ້ ແຕ່ສາມາດປ້ອງກັນບໍ່ໃຫ້ມັນເກີດຂຶ້ນ ແມ່ນການຮຽກຮ້ອງໃຫ້ມີການນໍາພາຮ່ວມກັນ, ຮຽກຮ້ອງການຮ່ວມມື, ແລະ ຄວາມເຊື່ອໝັ້ນ ເຊິ່ງກັນ ແລະ ກັນ. ຖະແຫລງການດັ່ງກ່າວສະແດງໃຫ້ເຫັນ ຄວາມໝາຍໝັ້ນອັນໜຶ່ງ ເພື່ອຜັນຂະຫຍາຍຫລັກການ ໃຫ້ເປັນມາດຕະການຕ່າງໆ ທີ່ຫລຸດຜ່ອນຄວາມສ່ຽງ, ເພີ່ມຄວາມໂປ່ງໃສ, ແລະ ສ້າງຄວາມທົນທານ.

ອົດສະຕຣາລີ ມີຄວາມຕັ້ງໃຈປະກອບສ່ວນໃນຫົວຂໍ້ນີ້ເນື່ອງຈາກວ່າ ພວກຂ້າພະເຈົ້າເຫັນຄຸນຄ່າອັນໃຫຍ່ຫລວງ ຂອງສັນຕິພາບ ແລະ ເຂົ້າໃຈຄວາມເສຍຫາຍອັນມະຫາສານ ຂອງຄວາມຂັດແຍ້ງ. ຖ້າວ່າການແກ້ໄຂທາງການທູດບໍ່ສໍາເລັດບໍ່ມີພຽງແຕ່ສາຍພົວພັນກັນເທົ່ານັ້ນ ທີ່ຈະໄດ້ຮັບຜົນກະທົບ ແຕ່ຍັງຈະມີການສູນເສຍຊີວິດ, ສູນເສຍຮູບແບບການດໍາລົງຊີວິດ ແລະ ຂາດຄວາມຈະເລີນຮຸ່ງເຮືອງນຳ. ໃນເວລາທີ່ໂລກປະສົບບັນຫາ ອົດສະຕຣາລີ ຈະສຶບຕໍ່ຮັກສາຄວາມສະ
ເໝີຕົ້ນສະເໝີປາຍ ໃນການສະໜັບສະໜູນສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ການເຕີບໃຫຍ່ຂອງປະຊາຄົມອາຊຽນໄປພ້ອມໆກັນ.

KPL