ຈີນ-ອາຊຽນ ເປັນຄູ່ການຄ້າໃຫຍ່ອັນດັບ1ໃນ 5 ປີຕິດຕໍ່ກັນ

21/11/2025 15:42
Email Print 83
KPL - Asean 2024 ປີ​ນີ້​ ແມ່ນຄົບ​ຮອບ 15 ປີ​ ຂອງ​ການສ້າງ​ຕັ້ງ ເຂດ​ການ​ຄ້າ​ເສ​ລີ​ ຈີນ-ອາ​ຊຽນ​, ພາຍ​ໃຕ້​ ການ​ຊຸກ​ຍູ້​ ຂອງ​ນະ​ໂຍ​ບາຍ​ ການ​ປອດ​ພາ​ສີ ແລະ ການ​​ອຳ​ນວຍ​ ຄວາມ​ສະ​ດວກ​ ໃຫ້​ແກ່​ ການ​ຄ້າ, ອຸດ​ສາ​ຫະ​ກຳ​ຈີນ-ອາ​ຊຽນ​ ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ ​ຢ່າງ​ເຕັມ​ທີ່ ແລະ ໄດ້​ສ້າງ​ລະ​​ບົບການ​ແບ່ງງານ​ ແລະ ການ​ປະ​ສານ​ງານ​ ທີ່​ເຊື່ອມ​ໂຍງ​ເຂົ້າ​ກັນ ​ຢ່າງ​ເລິກ​ເຊິ່ງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ປີ​ນີ້​ ແມ່ນຄົບ​ຮອບ 15 ປີ​ ຂອງ​ການສ້າງ​ຕັ້ງ ເຂດ​ການ​ຄ້າ​ເສ​ລີ​ ຈີນ-ອາ​ຊຽນ​, ພາຍ​ໃຕ້​ ການ​ຊຸກ​ຍູ້​ ຂອງ​ນະ​ໂຍ​ບາຍ​ ການ​ປອດ​ພາ​ສີ ແລະ ການ​​ອຳ​ນວຍ​ ຄວາມ​ສະ​ດວກ​ ໃຫ້​ແກ່​ ການ​ຄ້າ, ອຸດ​ສາ​ຫະ​ກຳ​ຈີນ-ອາ​ຊຽນ​ ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ ທີ່​ຊ່ວຍ​ຊູ​ຍູ້​ໜູນ​ກັນ ​ຢ່າງ​ເຕັມ​ທີ່ ແລະ ໄດ້​ສ້າງ​ລະ​​ບົບການ​ແບ່ງງານ​ ແລະ ການ​ປະ​ສານ​ງານ​ ທີ່​ເຊື່ອມ​ໂຍງ​ເຂົ້າ​ກັນ ​ຢ່າງ​ເລິກ​ເຊິ່ງ. ຂະ​ນະ​ທີ່ຈີນ-ອາ​ຊຽນ ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ ອັນ​​ອັນ​ດັບ 1 ຂອງ​ກັນ​ແລະ​ກັນ​ໃນ 5 ປີ​ຕິດ​ຕໍ່​ກັນ, ​ການ​ແລກ​ປ່ຽນ​ດ້ານເສດ​ຖະ​ກິດ​ການ​ຄ້າ​ ລະ​ຫວ່າງ ​ສອງ​ຝ່າຍ​​ ຢ່າງ​ມີ​ຊີ​ວິດ​ ຊີ​ວາຢ່າງ​ຕັ້ງ​ໜ້າ. ອີງ​ຕາມ​ ຕົວ​ເລກ​ສະ​ຖິ​ຕິ​ ຂອງ​ດ່ານ​ພາ​ສີ​ຈີນ, ປີ 2024, ຍອດ​ມູນ​ຄ່າ​ການ​ຄ້າ​ສິນ​ຄ້າ​ ລະ​ຫວ່າງ ​ຈີນ-ອາ​ຊຽນ ​ມີ​ເຖິງ 982 ຕື້ກວ່າ​ ໂດ​ລາ​ສະ​ຫະ​ລັດ, ເປັນ​ສະ​ຖິ​ຕິ​ສູງ​ສຸດ​ຄັ້ງ​ໃໝ່ ​ໃນ​ປະ​ຫວັດ​ສາດ, ເພີ່ມ​ຂຶ້ນ 16,9 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະເລີ່ມ​​ຕົ້ນ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ ​ເມື່ອ​ປີ 2002. ໃນ 10 ເດືອນ​ຕົ້ນ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ ສປ ຈີນ-ອາ​ຊຽນ​ ມີ​ເຖິງ 862 ຕື້ 700 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ 8,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ ເຊິ່ງ​ໄດ້​ສະ​ແດງ​ ໃຫ້​ເຫັນ​ເຖິງ ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ​ ອັນ​​ໃຫຍ່ຫລວງ​ ຂອງ​ການ​ຮ່ວມ​ມື ດ້ານ​ເສດ​ຖະ​ກິດ​ ການ​ຄ້າ​ ລະ​ຫວ່າງ​ສອງ​ຝ່າຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL