ສປ ຈີນ-ຣັດເຊຍ ພີ່ມການຮ່ວມມື ຍຸດທະສາດ ຮອບດ້ານໃນຍຸກໃໝ່

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ຫລີ ສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ທ່ານ ວະລາດີເມຍ ປູຕິນ ປະທານາ ທິບໍດີ ຣັດເຊຍ ຢູ່ວັງເຄຣມລິນ ທີ່ນະຄອນຫລວງ ມົດສະກູ ປະເທດ ຣັດເຊຍ. ທ່ານ ຫລີ ສຽງ ກ່າວວ່າ: ພາຍໃຕ້ການຊີ້ນຳ ຍຸດທະສາດ ຂອງປະມຸກລັດ ສອງປະເທດ, ການພົວພັນ ຄູ່ຮ່ວມປະສານງານ ຍຸດທະສາດ ຮອບດ້ານໃນຍຸກໃໝ່ ລະຫວ່າງ ສປ ຈີນ-ຣັດເຊຍ ໄດ້ດຳເນີນໄປ ໃນລະດັບສູງ. ສປ ຈີນ ຍິນດີເພີ່ມທະວີ ການເຊື່ອມຕໍ່ ຍຸດທະສາດ ການພັດທະນາກັບ ຣັດເຊຍ, ລົງເລິກການຮ່ວມມື ຕົວຈິງໃນຂົງເຂດຕ່າງໆ, ຮ່ວມກັນຈັດກິດຈະກຳປະຈຳປີ ລະດັບຊາດ ຄັ້ງໃໝ່ໃຫ້ດີ, ແລະ ສົ່ງເສີມມິດຕະພາບ ລະຫວ່າງ ປະຊາຊົນ ສອງປະເທດ. ທ່ານ ວະລາດີເມຍ ປູຕິນ ກ່າວວ່າ: ການພົວພັນ ລະຫວ່າງ ຣັດເຊຍ ແລະ ສປ ຈີນ ຢູ່ໃນລະດັບດີທີ່ສຸດ ໃນປະຫວັດສາດ, ຣັດເຊຍ ຍິນດີເປີດກວ້າງ ການຮ່ວມມືກັບ ສປ ຈີນ ໃນຂົງເຂດຕ່າງໆເຊັ່ນ: ເສດຖະກິດການຄ້າ, ພະລັງງານ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ, ເພີ່ມທະວີ ການປະສານງານພາຍໃຕ້ ຂອບອົງການຮ່ວມມືຊຽງໄຮ້, ກຸ່ມບຣິກສ໌ ແລະ ຂອບຫລາຍຝ່າຍອື່ນໆ. ສອງຝ່າຍເຫັນດີ ເປັນເອກະພາບກັນສືບຕໍ່ ຈັດຕັ້ງປະຕິບັດ ໝາກຜົນ ຂອງກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້ ທີ່ທຽນສິນ, ແລະ ຊຸກຍູ້ການພັດທະນາ ທີ່ມີຄຸນນະພາບສູງ ຂອງອົງການດັ່ງກ່າວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
