ໄພນໍ້າຖ້ວມຢູ່ໄທ ມີຜູ້ເສຍຊີວິດເຖິງ 25 ຄົນ

21/11/2025 15:42
Email Print 83
KPL - Asean 2024 ມີຜູ້ເສຍຊີວິດເຖິງ 25 ຄົນ ຈາກໄພນໍ້າຖ້ວມ ທີ່ເກີດຂຶ້ນ ໃນຫລາຍວັນຜ່ານ ມາ, ປັດຈຸບັນ ໃນ 12 ແຂວງຂອງໄທ ມີປະຊາຊົນເກືອບ 440.000 ຄົນຍັງໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມຄັ້ງນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກົມປ້ອງກັນ ແລະ ບັນເທົາ ສາທາລະນະໄພໄທ ໄດ້ອອກແຈ້ງການ ເມື່ຶອບໍ່ດົນມານີ້ວ່າ: ມີຜູ້ເສຍຊີວິດເຖິງ 25 ຄົນ ຈາກໄພນໍ້າຖ້ວມ ທີ່ເກີດຂຶ້ນ ໃນຫລາຍວັນຜ່ານ ມາ, ປັດຈຸບັນ ໃນ 12 ແຂວງຂອງໄທ ມີປະຊາຊົນເກືອບ 440.000 ຄົນຍັງໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມຄັ້ງນີ້.ໂດຍມີ 5 ແຂວງ ໄດ້ລາຍງານມີຜູ້ເສຍຊີວິດ, ໃນນັ້ນຢູ່ແຂວງ ນະຄອນ ສີອາຍຸດ ທະຍາ ທາງພາກເໜືອ ຂອງນະຄອນຫລວງ ບາງກອກໄທ ມີຜູ້ເສຍຊີວິດເຖິງ 19 ຄົນ. ປັດຈຸບັນ, ເຄື່ອງຊ່ວຍເຫລືອຕ່າງໆ ເປັນຕົ້ນແມ່ນເຄື່ອງຊ່ວຍເຫລືອສຸກເສີນ ໄດ້ແຈກຢາຍ ໄປເຖິງເຂດ ປະສົບ ກັບໄພນໍ້າຖ້ວມແລ້ວ. ກົມອຸຕຸນິຍົມໄທ ໄດ້ອອກແຈ້ງການໃນ ວັນດຽວກັນວ່າ: ນັບໄປຮອດ ວັນທີ 23 ພະຈິກນີ້, ຫລາຍທ້ອງຖິ່ນ ຢູ່ທາງພາກໃຕ້ ຂອງໄທ ຈະມີຝົນຕົກໜັກ, ໃນນັ້ນບາງທ້ອງຖິ່ນ ຈະມີຝົນ ຕົກໜັກ ເປັນພິເສດ. ທັງນີ້, ກົມອຸຕຸນິຍົມໄທ ໄດ້ເຕືອນໃຫ້ເຮືອຢູ່ອ່າວໄທ ແລະ ທະເລອັນດາມັນ ຈົ່ງມີສະຕິລະມັດລະວັງ ໃນການເດີນເຮືອ ແລະ ຫລີກລ່ຽງ ໄປເຂດທີ່ມີຝົນຕົກໜັກ, ພ້ອມທັງ ສະເໜີ ໃຫ້ເຮືອຂະໜາດນ້ອຍ ຈົ່ງຫລີກລ່ຽງ ການເດີນເຮືອອອກຈາກທ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL