ກອງປະຊຸມຄັ້ງທີ 24 ຂອງສະພາມົນຕີ ຫົວໜ້າລັດຖະບານ ປະເທດສະມາຊິກ ອົງການຮ່ວມມືຊຽງໄຮ້

21/11/2025 15:42
Email Print 83
KPL - Asean 2024 ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫຼວງ​ມົ​ດສະ​ກູ ​ຂອງ​ຣັດ​ເຊຍ, ພາຍ​ຫລັງ ສຳ​ເລັດກອງ​ປະ​ຊຸມ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ຶອບໍ່ດົນມານີ້, ກອງ​ປະ​ຊຸມ​ຄັ້​ງ​ທີ 24 ຂອງ​ສະ​ພາ​ມົນ​ຕີ​ ຫົວ​ໜ້າ​ລັດ​ຖະ​ບານ​ປະ​ເທດ​ສະ​ມາ​ຊິກ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫຼວງ​ມົ​ດສະ​ກູ ​ຂອງ​ຣັດ​ເຊຍ, ພາຍ​ຫລັງ ສຳ​ເລັດກອງ​ປະ​ຊຸມ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ​. ຝ່າຍ​ຕ່າງໆ ​ໄດ້​ຕີ​ລາ​ຄາ​ສູງ ​ຕໍ່​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ ສປ ຈີນ​ ໃນ​ໄລ​ຍະທີ່​ເປັນ​​ປະ​ເທດ ປະ​ທານ​ ໝູນ​ວຽນ​ ຂອງ​ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ້ ​ລະ​ຫວ່າງ​ປີ 2024-2025, ​ແລະ ​ຢືນ​ຢັນ​ວ່າ​ ຈະ​ສະ​ໜັບ​ສະ​ໜູນ​ ກຽກ​ກິດ​ສະ​ຖານ ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ​ຄັ້ງ​ຕໍ່​ໄປ​ ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້.ຖະ​ແຫລງ​ການ​ເນັ້ນ​ໜັກ​ວ່າ: ປະ​ເທດ​ ສະ​ມາ​ຊິກ​ຕ່າງໆ​ ຈະ​ຍຶດ​ໝັ້ນ​ຈຸດ​ປະ​ສົງ ແລະ ຫລັກ​ການ​ ຂອງ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ສະ​ໜັບ ​ສະ​ໜູນ​ ອົງ​ການ ສະ​ຫະ ປະ​ຊາ​ຊາດ(ສປຊ) ​ດຳ​ເນີນ​ການ​ປະ​ຕິ​ຮູບ ​ທີ່​ຈຳ​ເປັນ, ເພື່ອ​ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ທີ່​ໂລກ​ ກາຍ​ເປັນ​ຫລາຍ​ຂົ້ວ. ຝ່າຍ​ຕ່າງໆ​ຮ່ວມ​ກັນ​ຄັດ​ຄ້າ​ນ​ ການ​ແກ້​ໄຂ ​ບັນ​ຫາ​ສາ​ກົນ ​ດ້ວຍ​ວິ​ທີ​ທີ່​ເປັນ​ປໍ​ລະ​ປັກ​ກັນ ​ລະ​ຫວ່າງ​ກຸ່ມ, ເນັ້ນ​ໜັກ​ວ່າ​ ຕ້ອງ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ ​ລະ​ບົບ​ການ​ຄ້າ​ຫລາຍ​ຝ່າຍ ແລະ​ ສຸມ​ກຳ​ລັງ​ ເພື່ອ​ສ້າງ​​ຂອບ​ຄວາມ​ໝັ້ນ​ຄົງ​ ທີ່​ສະ​ເໝີ​ພາບ ແລະ ​ຕັດ​ແຍກ​ ບໍ່​ໄດ້​ຢູ່​ແຜ່ນ​ດິນ​ໃຫຍ່ ອາ​ຊີ-ເອີ​ຣົບ. ກອງ​ປະ​ຊຸມ​ໄດ້​ກຳ​ນົດ ​ຢ່າງ​ຈະ​ແຈ້ງ​ວ່າ: ​ໃນ​ຕໍ່​ໜ້າ ຈະ​ຈັດ​ຕັ້ງ​ປະ​ຕິ​ບັດຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ໃນ 10 ປີ​ຕໍ່​ໜ້າ​ ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ເປັນ​ຈຸດ​ສຸມຮ່ວມ​ກັນສົ່ງ​ເສີມ​ ຄວາມ​ໝັ້ນ​ຄົງ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ ຂອງ​ພາກ​ພື້ນ. ກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ ຫົວ​ໜ້າ​ລັດ​ຖະ​ບານ ປະ​ເທດ​ສະ​ມາ​ຊິກ​ ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້ ​ຄັ້ງ​ຕໍ່​ໄປ​ ຈະ​ຈັດ​ຂຶ້ນ​ຢູ່​ກຽກ​ກິດ​ສະ​ຖານ ​ໃນ​ປີ 2026./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL