ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

14/10/2025 08:43
Email Print 83
KPL - Asean 2024 ຂປລ. ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

ຂປລ. ນະຄອນຫລວງ ປັກກິ່ງ  ສປ ຈີນ  ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ, ເພາະເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈາກທ່ົວທຸກມູມໂລກ ທີ່ຢາກມາທ່ຽວຊົມຄວາມຍິ່ງໃຫຍ່ຂອງສະຖານທີ່ທ່ອງທ່ຽວກຳແພງເມືອງຈີນ, ວັງຕ້ອງຫ້າມ, ທຽນອານເໝິນ, ວັດສະຫວັນ  ແລະ ສະຖານທີ່ທ່ອງທ່ຽວອື່ນໆ ເຊິ່ງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນ ເປັນມໍລະດົກທາງວັດທະນະທຳ ແລະ ປະຫວັດສາດ ຂອງ ສປ ຈີນ ທີ່ສາມາດດຶງດູດແຂກຕ່າງດ້າວທ້າວຕ່າງເມືອງ ເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍໃນແຕ່ລະປີ.

ສຳລັບມື້ນີ້, ຜູ້ຂຽນຈະພາທ່ານຜູ້ອ່ານມາຮູ້ຈັກອີກໜຶ່ງສະຖານທ່ີ່ທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັ້ນກໍຄື ນ້ຳລ້ຽງມ້າ,  ບໍ່ວ່າໃຜໆກໍຕາມທີ່ມີໂອກາດມາຢ້ຽມຢາມນະຄອນຫລວງປັກກິ່ງ ກໍຈະຍາດເວລາມາທ່ຽວຊົມໃຫ້ໄດ້ ເພາະສະຖານທີ່ດັ່ງກ່າວມີຄວາມສວຍສົດງົດງາມຫລາຍ ຈົນຫລາຍຄົນຂະໜານນາມ ນ້ຳລ້ຽງມ້າ ວ່າ: ເປັນແມ່ນ້ຳແຊນແຫ່ງນະຄອນປັກກິ່ງ ເນ່ືອງຈາກທິວທັດທຳມະຊາດ ສອງຝັ່ງ ຂອງແມ່ນ້ຳສາຍນີ້ ມີຄວາມສວຍສົດງົດງາມແນມໄປທາງໃດກໍຂຽວງາມອຸ່ມທຸ່ມດ້ວຍຕົ້ນໄມ້ໃບຫຍ້າທີ່ເພິ່ນປູກອະນຸລັກວ້, ການຈັດສັນ, ປະດັບປະດາກໍເປັນລະບຽບຮຽບຮ້ອຍ, ສະອາດຈົບງາມເຫັນແລ້ວປະທັບໃຈຫລາຍ, ສຳລັບບໍລິເວນແມ່ນ້ຳລ້ຽງມ້ານັ້ນ ເພິ່ນກໍຈະສ້າງຂົວຂ້າມໄປຫາອີກຝັ່ງໜຶ່ງ,​ມີສວນສາທາລະນະໄວ້ໃຫ້ນັກທ່ອງທ່ຽວ ຫລື ປະຊາຊົນເຂດດັ່ງກ່າວໄດ້ຍ່າງອອກກຳລັງກາຍ ຫລື ເຮັດກິດຈະກຳອື່ນໆ ທີ່ເໝາະແກ່ການຜັກຜ່ອນຢ່ອນອາລົມ, ສ່ວນຍາມຄ່ຳຄືນເຂດດັ່ງກ່າວກໍຈະສວຍງາມເປັນອີກແບບໜຶ່ງ, ດ້ວຍຄວາມງົດງາມທີ່ເປັນເອກະລັກຂອງສະຖານດັ່ງກ່າວຈຶ່ງປຽບເໝືອນດັ່ງແມ່ນ້ຳແຊນໃນນະຄອນປາຣີ ປະເທດຝຣັ່ງ.

ຄຳວ່າ ລ້ຽງມ້າໝາຍເຖິງການເອົາມ້າຕາກແດດພາຍຫລັງທີ່ອາບນ້ຳແລ້ວ. ນ້ຳລ້ຽງມ້າຖືກສ້າງຂຶ້ນໃນສະ

ໄໝລາດຊະວົງໝິງ ໃນປີ 1420 ຫລັງຈາກທີ່ອົງຈັກກະພັດເຈິງຊູ (Chengzu) ຕັດສິນໃຈຍ້າຍນະຄອນຫລວງຈາກນານຈິງ (Nanjing) ມາຕັ້ງຢູ່ປັກກິ່ງ.ໃນເບື້ອງຕົ້ນ ນ້ຳລ້ຽງມ້າ ເປັນພຽງແມ່ນ້ຳສາຍນ້ອຍ ທີ່ບາງຈຸດມີໜອງນ້ຳນ້ອຍໃຫຍ່ຫລາຍໜອງ ເໝາະສຳລັບການອາບນ້ຳໃຫ້ມ້າ. ເນື່ອງຈາກເສັ້ນທາງຂົນສົ່ງໃນສະໄໝກ່ອນເປັນທາງດິນແດງ ແລະ ບາງຈຸດມີຂີ້ຕົມ ຈຶ່ງເຮັດໃຫ້ຜູ້ຄົນນຳມ້າຂອງຕົນມາທຳຄວາມສະອາດຢູ່ແມ່ນ້ຳແຫ່ງນີ້ກ່ອນທີ່ຈະເດີນທາງເຂົ້າເມືອງ.  ນ້ຳລ້ຽງມ້າ ໄດ້ຂະບວນວິວັດມາຫລາຍໄລຍະ ຕາມສະພາບການຂະຫຍາຍຕົວຂອງເສດຖະກິດສັງຄົມພາຍໃນນະຄອນຫລວງປັກກິ່ງ ຈາກທີ່ເຄີຍເປັນບ່ອນອາບນ້ຳໃຫ້ມ້າ ກາຍເປັນຮ່ອງລະບາຍນ້ຳເປື້ອນ ແລະ ໃນປັດຈຸບັນໄດ້ພັດທະນາໃຫ້ກາຍເປັນບ່ອນທ່ອງທ່ຽວ,ເປັນບ່ອນຜັກຜ່ອນທີ່ໄດ້ຮັບຄວາມນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ໃນສະຕະວັດທີ 20 ການຂະຫຍາຍນະຄອນຫລວງ ແລະ ການສ້າງເມືອງເຈົ້າຢາງ (ໜຶ່ງໃນ 16 ເມືອງຂອງນະຄອນຫລວງປັກກິ່ງ) ເຮັດໃຫ້ຈຳເປັນຕ້ອງຂະຫຍາຍແມ່ນ້ຳຢູ່ທາງຕາເວັນອອກຂອງເມືອງເກົ່າ ເພື່ອປັບປຸງລະບົບລະບາຍນ້ຳເປື້ອນໃນເຂດຊິນຢວນລີ ໃນຕົ້ນຊຸມປີ 1980 ໄດ້ຂຸດຄອງຍາວເກືອບ 7 ກິໂລແມັດ ເຊື່ອມເຂົ້າກັບແມ່ນ້ຳປ້າ (Ba River) ທາງທິດຕາເວັນອອກຂອງເສັ້ນທາງວົງແຫວນ ທີ 3 ແລ້ວສ້າງກັນເຈື່ອນຕາມແຄມຝັ່ງດ້ວຍຫີນ ແລະ ຄອນກີດເພື່ອປ້ອງກັນການເຊາະເຈື່ອນ. ຕໍ່ມາໄດ້ມີກໍ່ຕັ້ງສະຖານທູດ ແລະ ຕຶກອາຄານຕ່າງໆ ອ້ອມແມ່ນ້ຳສາຍນີ້ ລວມທັງເຂດເໜືອຂອງເມືອງຊັນລິຖຸນ ແລະ ບ່ອນໃກ້ສະຖານີລົດໄຟໃຕ້ດິນ ລ້ຽງມ້າຊຽວ, ເນື່ອງຈາກໄລຍະນັ້ນລະບົບບຳບັດນ້ຳເປ້ື້ອນໃນເຂດດ່ັງກ່າວຍັງເຮັດບໍ່ດີປານໃດ ຈຶ່ງເຮັດໃຫ້ແມ່ນ້ຳສາຍນີ້ມີກິ່ນເໝັນ.

ໃນຕົ້ນຊຸມປີ 2000 ເທສະບານນະຄອນປັກກິ່ງ ໄດ້ຂຸດລວງແມ່ນ້ຳລ້ຽງມ້າ ແລະ ສ້າງກັນເຈື່ອນເພີ່ມເຕີມ. ຕົກມາຊຸມປີ 2010 ຫ້ອງການເມືອງເຈົ້າຢາງ ໄດ້ດຳເນີນໂຄງການປັບປຸງຄັ້ງໃຫຍ່ ເຮັດໃຫ້ເຂດດັ່ງກ່າວໄດ້ຮັບການພັດທະນາຫລາຍດ້ານ ເປັນຕົ້ນ ມີໂຮງແຮມ, ຫ້າງຮ້ານ,ມີສວນສາທາລະນະ ແລະ ຫົວໜ່ວຍທຸລະກິດໃໝ່ໆຈຳນວນຫລວງຫລາຍ ຢູ່ສອງຝັ່ງ ຂອງແມ່ນ້ຳລ້ຽງມ້າ ອັນໄດ້ສ້າງຄວາມດຶງດູດຈິດໃຈ ເຊິ່ງແຕ່ລະມື້ນີ້ຈະມີຜູ້ຄົນຈຳນວນຫລາຍນິຍົມເດີນທາງມາເຂດນີ້ເພື່ອຍ່າງອອກກຳລັງກາຍ, ແລ່ນຈ໊ອກກິ້ງ, ກິນເຂົ້າປິກນິກ, ພາຍເຮືອ, ລອຍນ້ຳ ,ຕຶກເບັດ ເຫລົ່ານີ້ເປັນຕົ້ນ.

ສຳລັບກິດຈະກຳຂີ່ເຮືອຍາມຄ່ຳຄືນ ກໍເປັນອີກກິດຈະກຳໜຶ່ງທີ່ໄດ້ຮັບຄວາມນິຍົມໃນກຸ່ມນັກທ່ອງທ່ຽວ ດ້ວຍບັນຍາກາດທິວທັດທີ່ສວຍສົດງົດງາມໃນຍາມຄຳ່ຄືນ,ເວລານັ່ງເຮືອລ່ອງໄປຕາມແມ່ນ້ຳຍິ່ງເພິ່ນຄວາມຕື່ນຕາຕ້ອງໃຈເພາະສອງຝັ່ງຂອງແມ່ນ້ຳຖືກເນລະມິດຂຶ້ນມາຢ່າງງົດງາມເຫັນແລ້ວສະອອນອີຫລີ! ເມື່ອເຮົາຂີ່ເຮືອລອດອຸມົງໄປຈະສັງເກດເຫັນ ຈໍ LED ຂະໜາດໃຫຍ່ ທີ່ເປີດວີດິໂອ ເລົ່າເລື່ອງລາວຄວາມເຊື່ອຂອງຄົນຈີນ, ວັດທະນະ ທຳທີ່ສວຍງາມ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລຂອງປະເທດຈີນໃນຍຸກປັດຈຸບັນ.

KPL