ສປ ຈີນ ມູນຄ່າການຄ້າຂາເຂົ້າ-ຂາອອກສິນຄ້າ ບັນລຸຫລາຍກວ່າ 33.600 ຕື້ຢວນ

14/10/2025 11:41
Email Print 83
KPL - Asean 2024 ໃນ 3 ໄຕ​ມາດ​ຜ່ານ​ມາ​ຂອງ​ປີ​ນີ້, ​ມູນ​ຄ່າ​ ການ​ຄ້າ ​ຂາ​ເຂົ້າ-​ຂາ​ອອກ ​ສິນ​ຄ້າ​ ທີ່​ຈັບ​ຕ້ອງ​ໄດ້​ຂອງ ສປ ​ຈີນ ​ໄດ້​ບັນ​ລຸ​ເຖິງ 33.610 ຕື້ຢວນ, ເພີ່ມ​ຂຶ້ນ 4% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຕາມ​​ຂໍ້​ມູ​ນສະ​ຖິ​ຕິ​ ຈາກດ່ານ​ພາ​ສີ​ຈີນ ​ສະ​ແດງ​ ໃຫ້​ເຫັນ​ວ່າ: ໃນ 3 ໄຕ​ມາດ​ຜ່ານ​ມາ​ຂອງ​ປີ​ນີ້, ​ມູນ​ຄ່າ​ ການ​ຄ້າ ​ຂາ​ເຂົ້າ-​ຂາ​ອອກ ​ສິນ​ຄ້າ​ ທີ່​ຈັບ​ຕ້ອງ​ໄດ້​ຂອງ ສປ ​ຈີນ ​ໄດ້​ບັນ​ລຸ​ເຖິງ 33.610 ຕື້ຢວນ, ເພີ່ມ​ຂຶ້ນ 4% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ໃນ​ນັ້ນ, ການ​ສົ່ງ​ອອກ​ ມີ​ເຖິງ 19.950 ຕື້ຢວນ, ເພີ່ມ​ຂຶ້ນ 7,1% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ ຂອງ​ປີ​ກາຍ; ການ​ນຳ​ເຂົ້າ​ມີ​ເຖິງ 13.660 ຕື້ຢວນ, ຫລຸດ​ລົງ 0,2% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ. ໃນ​ເດືອນ​ກັນ​ຍາ ​ຜ່ານ​ມາ​, ການ​ສົ່ງ​ອອກ ​ແລະ ​ນຳ​ເຂົ້າ​ ໄດ້​ບັນ​ລຸ ມູນ​ຄ່າ​ເຖິງ 4.040 ຕື້ຢວນ ເພີ່ມ​ຂຶ້ນ 8% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL