ສສ ຫວຽດນາມ ມີການສົ່ງອອກ-ນຳເຂົ້າ ອາດຈະບັນລຸ 900 ຕື້ໂດລາສະຫະລັດ

14/10/2025 12:13
Email Print 83
KPL - Asean 2024 ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ຄາດຄະເນວ່າ ຍອດວົງເງິນ ສົ່ງອອກ-ນຳເຂົ້າ ສິນຄ້າ ໝົດປີນີ້ ອາດຈະ ບັນລຸ ເປົ້າໝາຍໃໝ່ ປະມານ 900 ຕື້ໂດລາສະຫະລັດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ຄາດຄະເນວ່າ ຍອດວົງເງິນ ສົ່ງອອກ-ນຳເຂົ້າ ສິນຄ້າ ໝົດປີນີ້ ອາດຈະບັນລຸ ເປົ້າໝາຍໃໝ່ ປະມານ 900 ຕື້ໂດລາສະຫະລັດ. ຕາມຕົວເລກຫລ້າສຸດ ຂອງກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ, ໃນ 9 ເດືອນຜ່ານມາ, ວົງເງິນສົ່ງອອກ-ນຳເຂົ້າຂອງ ສສ ຫວຽດນາມ ບັນລຸ 680.6 ຕື້ໂດລາສະຫະລັດ. ໃນຈຳນວນ 32 ປະເພດສິນຄ້າ ບັນລຸ ວົງເງິນການຄ້າ ສົ່ງອອກ ຫລາຍກວ່າ 1 ຕື້ໂດລາສະຫະລັດ, ມີສິນຄ້າ 7 ປະເພດ ບັນລຸ ຫລາຍກວ່າ 10 ຕື້ໂດລາສະຫະລັດ ດ້ວຍບັນດາ ຕະຫລາດ ສົ່ງອອກຕົ້ນຕໍ, ລວມມີ: ສ.ອາເມລິກາ, ສປ ຈີນ, ອີຢູ, ອາຊຽນ, ຍີ່ປຸ່ນ ເປັນຕົ້ນ ສິ່ງດັ່ງກ່າວ ສະແດງໃຫ້ເຫັນ ການເຕີບໂຕບຸກທະລຸ, ຢືນຢັນບົດບາດນຳພາ ແລະ ເສົາຄ້ຳ ໃນການເຄື່ອນໄຫວ ສົ່ງອອກ ຂອງທັງປະເທດ. ແງ່ ຫວັງ ໃນຊຸມເດືອນທ້າຍປີ 2025 ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ຕັ້ງໜ້າ, ເມື່ອວິສາຫະກິດ ຫວຽດນາມ ໄດ້ເປັນເຈົ້າການ ກຳແໜ້ນ ໂອກາດ ຈາກບັນດາສັນຍາ ການຄ້າເສລີ ແລະ ການຫັນປ່ຽນໃບ ສັ່ງຊື້ ສິນຄ້າ ຈາກບັນດາ ປະເທດໃນພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL