ຫໍວາງສະແດງໂລກຂອງ ສປ ຈີນ ໄດ້ຮັບ ລາງວັນຫລຽນຄຳ ຂອງງານວາງສະແດງໂລກໂອຊະກາ

14/10/2025 11:41
Email Print 83
KPL - Asean 2024 ຫໍ​ວາງ​ສະ​ແດງ​ຂອງ ສປ ​ຈີນ​ ໃນ​ງານ​ວາງ​ສະ​ແດງ​ໂລກ ໂອ​​ຊະ​ກາ ໄດ້​ຮັບລາ​ງວັນ​ ຫລຽນ​ຄຳ ​ຫໍ​ວາງ​ສະ​ແດງໃຫຍ່ ທີ່​ເຢັນ​ຜູ້​ອອກ​ແນວ​ຄິດ​ສ້າງ​ເອງ ຂອງ​ງານ​ວາງ​ສະ​ແດງ​ໂລກ​ຄັ້ງ​ນີ້ ມອບ​ໂດຍ ​ກົມ​ວາງ​ສະ​ແດງ​ສາ​ກົນ​.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ເມື່ອບໍ່ດົນມານີ້, ຫໍ​ວາງ​ສະ​ແດງ​ຂອງ ສປ ​ຈີນ​ ໃນ​ງານ​ວາງ​ສະ​ແດງ​ໂລກ ໂອ​​ຊະ​ກາ ໄດ້​ຮັບລາ​ງວັນ​ ຫລຽນ​ຄຳ ​ຫໍ​ວາງ​ສະ​ແດງໃຫຍ່ ທີ່​ເຢັນ​ຜູ້​ອອກ​ແນວ​ຄິດ​ສ້າງ​ເອງ ຂອງ​ງານ​ວາງ​ສະ​ແດງ​ໂລກ​ຄັ້ງ​ນີ້ ມອບ​ໂດຍ ​ກົມ​ວາງ​ສະ​ແດງ​ສາ​ກົນ​. ນີ້​ຖື​ວ່າ​ ສປ ຈີນ​ ໄດ້​ຮັບ​ລາງວັນ​ ຫລຽນ​ຄຳ​ ເທື່ອ​ທຳ​ອິດ​ ໃນ​ການ​ເຂົ້າ​ຮ່ວມ ​ງານ​ວາ​ງ​ສະ​ແດງ​ໂລກ​ ປະ​ເພດ​ ສັງ​ລວມ ທີ່​ຈັດ​ຂຶ້ນ ​ຢູ່​ຕ່າງ​ປະ​ເທດ ແລະ ​ກໍ່​ແມ່ນ​ ສປ ຈີນ​ ໄດ້​ຮັບ​ລາງວັນ​ສຳ​ຄັນ​ 5 ເທື່ອ​ ລຽນ​ຕິດ ໃນ​ງານ​ວາງ​ສະ​ແດງໂລກ ນັບ​ແຕ່​ ຄະ​ນະ​ກຳ​ມະ​ກາ​ນສົ່ງ​ເສີມ ​ການ​ຄ້າ​​ສາ​ກົນຈີນ ​ໂດຍ​ຕາງ​ໜ້າ​ ລັດ​ຖະ​ບານ​ຈີນ ຈັດ​ຫໍ​​ວາງ​ສະ​ແດງ​ຂອງ ສປ ຈີນ ​ໄປ​ເຂົ້າ​ຮ່ວມ ​ງານ​ວາ​ງ​ສະ​ແດງ​ໂລກ ​ຢູ່​ຕ່າງ​ປະ​ເທດ​ໃນ​ປີ 1982 ເປັນ​ຕົ້ນ​ມາ. ລາງວັນ​ທຸກ​ຢ່າງ​ ໃນ​ງານ​ວາງ​ສະ​ແດງ​ໂລກ​ຄັ້ງ​ນີ້ ແມ່ນ​ເຈົ້າ​ພາບ​ຈັດ​ງານ ກັບ​ຊ່ຽວ​ຊານ​ ສະ​ຖາ​ປະ​ຕະ​ຍະ​ກຳ, ງານ​ວາງ​ສະ​ແດງ, ສີ​ລະ​ປະ​ ແລະ​ ຂົງ​ເຂດ​ອື່ນໆ ​ທັງ​ໝົດ 9 ຄົນ ທີ່​ມາ​ຈາກ​ ປະ​ເທດ​ຕ່າງໆ ຮ່ວມ​ກັນ ​ດຳ​ເນີນ ​ການປະ​​ກວດ ​ພິ​ຈາ​ລະ​ນາ, ​ຕັ້ງ​ລາງວັນ ​ໂດຍ​​ແບ່ງ​ເປັນ 3 ປະ​ເພດ ຄື: ການ​ວາງ​ສະ​ແດງ, ​ສະ​ຖາ​ປະ​ຕະ​ຍະ​ກຳ ແລະ ການບັນ​ຍາຍ​ຫົວ​ຂໍ້ ຕາມ​ເນື້ອ​ທີ່​ນ້ອຍ​ໃຫຍ່​ ຂອງ​ຫໍ​ວາງ​ສະ​ແດງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL