ທ່ານ ສີຈິ້ນຜິງ ກ່າວຄຳປາໄສ ສຳຄັນຢູ່ເວທີ ກອງປະຊຸມສຸດຍອດແມ່ຍິງໂລກ

14/10/2025 11:42
Email Print 83
KPL - Asean 2024 ທ່ານ ສີ​ ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ສຸດຍອດ ​ແມ່​ຍິງ​ໂລກ ​ຢູ່​ສູນ​ປະ​ຊຸມ​ ແຫ່ງ​ຊາດ ​ທີ່​ນະ​ຄອນ​ຫລວງ​ ປັກ​ກິ່ງ​ ພ້ອມ​ທັງ​ ກ່າວ​ຄຳ​ປາ​ໄສ ​​ສຳ​ຄັນ ​ພາຍ​ໃຕ້​ຫົວ​ຂໍ້ “ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ ກອງ​ປະ​ຊຸມ​ໃຫຍ່ ແມ່​ຍິງ​ໂລກ ​ປັກ​ກິ່ງ ເລັ່ງ​​ລັດ​ຂະ​ບວນ​ການ​ໃໝ່ ​ແຫ່ງ​ການ​ພັດ​ທະ​ນາ​ ແມ່​ຍິງ​ ຢ່າງ​ຮອບ​ດ້ານ”.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ​ວັນ​ທີ 13 ຕຸ​ລາ​ນີ້, ທ່ານ ສີ​ ຈິ້ນ​ຜິງ ປະ​ທານ ​ປະ​ເທດ​ຈີນ ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ​ສຸດຍອດ ​ແມ່​ຍິງ​ໂລກ ​ຢູ່​ສູນ​ປະ​ຊຸມ​ ແຫ່ງ​ຊາດ ​ທີ່​ນະ​ຄອນ​ຫລວງ​ ປັກ​ກິ່ງ​ ພ້ອມ​ທັງ​ ກ່າວ​ຄຳ​ປາ​ໄສ ​​ສຳ​ຄັນ ​ພາຍ​ໃຕ້​ຫົວ​ຂໍ້ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ ກອງ​ປະ​ຊຸມ​ໃຫຍ່ ແມ່​ຍິງ​ໂລກ ​ປັກ​ກິ່ງ ເລັ່ງ​​ລັດ​ຂະ​ບວນ​ການ​ໃໝ່ ​ແຫ່ງ​ການ​ພັດ​ທະ​ນາ​ ແມ່​ຍິງ​ ຢ່າງ​ຮອບ​ດ້ານ”. ໃນໂອກາດນີ້ ທ່ານ ສີ ​ຈິ້ນ​ຜິງ ກ່າວ​ເນັ້ນ​ໜັກ​ວ່າ: ເມື່ອ​ແນມ​ເບິ່ງ​ອະ​ນາ​ຄົດ, ​ຝ່າຍ​ຕ່າງໆ​ ຄວນ​ທົບ​ທວນ​ຄືນ ​ຈິດ​ໃຈ​ ກອງ​ປະ​ຊຸມ​​ໃຫຍ່ ແມ່​ຍິງ​ໂລກ ​ທີ່​ປັກ​ກິ່ງ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ໃຫ້ກວ້າງ​ຂວາງກວ່າ​ເກົ່າ,​ ບຸກ​ເບີກ​ເສັ້ນ​ທາງ​ໃຫ້ກວ້າງ​ຂວາງກວ່າ​ເກົ່າ​ ແລະ​​ ໃຊ້​ການເຄື່ອນ​ໄຫວ​ ທີ່​ຕິດ​ແທດ​ຕົວ​ຈິງ ກວ່າ​ເກົ່າ ເພື່ອ​ເລັ່ງ​​ລັດ ​ຂະ​ບວນ​ການ​ໃໝ່​ ແຫ່ງ​ການ​ພັດ​ທະ​ນາ ​ແມ່​ຍິງ​ ຢ່າງ​ຮອບ​ດ້ານ. ທ່ານ ສີ ​ຈິ້ນ​ຜິງ ​ຍັງໄດ້​ສະ​ເໜີ​ 4 ຂໍ້​ສະ​ເໜີ ສຳ​ຄັນຄື: ​ໜຶ່ງ ຮ່ວມ​ກັນ​ສ້າງ​ ສະ​ພາບ​ແວດ​ລ້ອມ ​ອັນ​ດີ​ງາມ ​ທີ່​ມີ​ຜົນ​ປະ​ໂຫຍດ ​ຕໍ່ການ​ພັດ​ທະ​ນາ ​ແລະ ເຕີບໃຫຍ່ ຂອງ​ແມ່​ຍິງ,  ສອງ ຮ່ວມ​ກັນ​ບົ່ມ​ເພາະ​ພະ​ລັງ​ແຮງ​ ທີ່​ເຂັ້ມ​ແຂງ​ ໃນ​ການ​ຊຸກ​ຍູ້​ ການ​ພັດ​ທະ​ນາ​ ທີ່​ມີ​ຄຸນ​ນະ​ພາບ​ສູງ​ ດ້ານ​ວຽກ​ງານ​ແມ່​ຍິງ, ​ສາມ ຮ່ວມ​ກັນ​ສ້າງ ​ສະ​ພາບ ​ການ​ປົກ​ຄອງ ເພື່ອ​ຮັບ​ປະ​ກັນ​ສິດ ​ແລະ ​ຜົນ​ປະ​ໂຫຍດ ຂອງແມ່​ຍິງ ແລະ ສີ່ ຮ່ວມ​ກັນ​ຂຽນປະ​ຫວັດ​ສາດ​ໜ້າ​ໃໝ່ ​ແຫ່ງ​ການຊຸກ​ຍູ້ ​ການ​ຮ່ວມ​ມື ​ຂອງ​ແມ່​ຍິງ​ໃນ​ໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL