ສົມເດັດ ພະເທບພະຣັດຣາດສຸດາ ສະຫຍາມ ບໍຣົມມະຣາດ ຊະກຸມາຣີ ຢ້ຽມຢາມ ສປປ ລາວ

ຂປລ. ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງ ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ສປປ ລາວ ໃນຕອນບ່າຍວັນທີ 21 ເມສາ 2025 ນີ້, ໂດຍມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນລັດຖະມົນຕີກຽດຕິຍົດ, ພ້ອມດ້ວຍຄະນະຜູ້ແທນ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ການສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະດໍາເນີນການຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025 ເຊິ່ງເປັນການປະກອບສ່ວນເຂົ້າໃນ ການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ໃນລະຫວ່າງການຢ້ຽມຢາມ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ເປັນປະທານໃນພິທີເປີດກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ ເພື່ອສະເຫລີມສະຫລອງຄົບຮອບ 25 ປີ ໂຄງການຝຶກອົບຮົມເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກ ສໍາລັບບຸກຄະລາກອນການແພດຂອງ ສປປ ລາວ. ນອກນັ້ນ, ຍັງຈະສະເດັດຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດການນໍາໃຊ້ອາຄານຫລັງໃໝ່ ຂອງໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ຢູ່ແຂວງວຽງຈັນ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຢູ່ນະຄອນຫລວງວຽງຈັນ ອີກດ້ວຍ.
ພາບ: ອ່າຍຄຳ