ໄຂງານມະໂຫລານຮູບເງົາເອກະສານ ເອີຣົບ-ສສ ຫວຽດນາມ ຄັ້ງທີ 16
Email
Print
83
KPL - Asean 2024
ງານມະໂຫລານ ຮູບເງົາເອກະສານ ເອີຣົບ - ສສ ຫວຽດນາມ ຄັ້ງທີ 16 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 18–26 ກັນຍາ ແລະ ຢູ່ນະຄອນ ໂຮ່ຈີມິນ ໂດຍການເຂົ້າຮ່ວມຈາກ 9 ປະເທດ ເອີຣົບ ແລະ ສສ ຫວຽດນາມ.

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ງານມະໂຫລານ ຮູບເງົາເອກະສານ ເອີຣົບ - ສສ ຫວຽດນາມ ຄັ້ງທີ 16 ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 18–26 ກັນຍາ ແລະ ຢູ່ນະຄອນ ໂຮ່ຈີມິນ ໂດຍການເຂົ້າຮ່ວມຈາກ 9 ປະເທດ ເອີຣົບ ແລະ ສສ ຫວຽດນາມ. ງານມະໂຫລານ ໄດ້ແນະນຳຜົນງານ 11 ເລື່ອງ, ຮູບເງົາເອກະສານ 9 ເລື່ອງ ໂດຍບໍລິສັດ ພິມຮູບເງົາເອກະສານ ແລະ ວິທະຍາສາດ ສູນກາງຜະລິດ ພ້ອມກັບຮູບເງົາ 5 ເລື່ອງຂອງຜູ້ໜຸ່ມ ຫວຽດນາມ. ຫລາຍຜົນງານ ເຄີຍໄດ້ຮັບລາງວັນ ໃນງານມະໂຫລານຮູບເງົາ ຢູ່ພາຍໃນ ແລະ ຕ່າງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
