ເປີດການເຊື່ອມຕໍ່ ການຊຳລະເງິນ ດິຈິຕອນຂ້າມຊາດ ລະຫວ່າງ ສປປ ລາວ- ສປ ຈີນ ຢ່າງເປັນທາງການ

19/09/2026 13:43
Email Print 83
KPL - Asean 2024 ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ ທີ່​ເປັນ​ທະ​ນາ​ຄານ​ກາງ​ຂອງ ສປ ​ຈີນ ກັບ ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ​ ໄດ້ ເປີດ​ການ​ເຊື່ອມ​​ຕໍ່ການ​ຊຳ​ລະ​​ເງິນ​​​ດິ​ຈິ​ຕອນ​ຂ້າມ​ຊາດ ​ຢູ່​ນະ​ຄອນ​ໜານ​ນິງ ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີຂອງ ສປ ​ຈີນ, ພົນ​ລະ​ເມືອງ​ຈີນ ​ທີ່ຖື​ເງິນຢວນ​ດິ​ຈິ​ຕອນ (e-CNY)ສາ​ມາດ​ຊຳ​ລະ​ເງິນ ດ້ວຍ​ການ​ສະ​ແກນ QR CODEຢູ່​ຮ້ານ​ຄ້າ​ຂອງ​ລາວ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ ທີ່​ເປັນ​ທະ​ນາ​ຄານ​ກາງ​ຂອງ ສປ ​ຈີນ ກັບ ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ​ ໄດ້ ເປີດ​ການ​ເຊື່ອມ​​ຕໍ່ການ​ຊຳ​ລະ​​ເງິນ​​​ດິ​ຈິ​ຕອນ​ຂ້າມ​ຊາດ ​ຢູ່​ນະ​ຄອນ​ໜານ​ນິງ ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີຂອງ ສປ ​ຈີນ, ພົນ​ລະ​ເມືອງ​ຈີນ ​ທີ່ຖື​ເງິນຢວນ​ດິ​ຈິ​ຕອນ (e-CNY)ສາ​ມາດ​ຊຳ​ລະ​ເງິນ ດ້ວຍ​ການ​ສະ​ແກນ QR CODEຢູ່​ຮ້ານ​ຄ້າ​ຂອງ​ລາວ, ພ້ອມ​ກັນ​ນັ້ນ, ທະ​ນາ​ຄານ​ທຸ​ລະ​ກິດ​ຊຸດ​ທຳ​ອິດ ​ຂອງ​ສອງ​ປະ​ເທດ​ລາວ-ຈີນ​ ທີ່​ເຂົ້າ​ຮ່ວມ​ໂຄງ​ການ​ດັ່ງ​ກ່າວ​ ສາ​ມາດ​ໃຫ້​ການ​ບໍ​ລິ​ການ​ທາງ​ການ​ເງິນແບບ​ໃໝ່​ ໃນ​ການ​ຄ້າ​ຂ້າມ​ຊາດ CBETS (Cross-border e-CNY Transfer Servicesແລະ ການ​ລົງ​ທຶນ ແລະ ລະ​ດົມ​ທຶນ​ ແບບ​​ປະ​ສົມ​ປະ​ສານ, ໂດຍ​ຈະ​ສະ​ໜອງ​ ການ​ບໍ​ລິ​ການ ​ດ້ານ​ການ​ທະ​ນາ​ຄານ​ຂ້າມ​ຊາດ ​ທີ່​ມີ​ປະ​ສິດ​ທິ​ພາບ ​ສູງກວ່າ​ເກົ່າ ຕົ້ນ​ທຶນ​ຕ່ຳ​ກວ່າ​ເກົ່າ ແລະ ມີ​ຂັ້ນ​ຕອນ​ກະ​ທັດ​ຮັດ​ກວ່າ​ເກົ່າ ​ໃຫ້​ແກ່ ​ວິ​ສາ​ຫະ​ກິດ, ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ ​ການ​ໄປ​ມາ​ຫາ​ສູ່​ກັນ​ ຂອງ​ປະ​ຊາ​ຊົນ ແລະ ເສດ​ຖະ​ກິດ​ການ​ຄ້າ​ ລະ​ຫວ່າງ ສປ ​ຈີນ ​ກັບ​ປະ​ເທດ ​ສະ​ມາ​ຊິກ​ອາ​ຊຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL