ເອີຣົບ ມີແຜນຈະຊຸກຍູ້ຂໍ້ຫ້າມ ກ່ຽວກັບ ການນໍາໃຊ້ສື່ສັງຄົມອອນລາຍ ສໍາລັບ ຜູ້ທີ່ມີອາຍຸ ບໍ່ເຖິງກະສຽນ

19/09/2026 13:43
Email Print 83
KPL - Asean 2024 ຄະນະກໍາມາທິການສະຫະພາບເອີຣົບ ໄດ້ປະກາດເນື້ອໃນຂອງ “ກົດໝາຍວ່າດ້ວຍເດັກ ຂອງສະຫະພາບເອີຣົບ” ຢ່າງເປັນທາງການ ໂດຍມີແຜນຈະກໍານົດອາຍຸ ໃນການນໍາໃຊ້ສື່ສັງຄົມອອນລາຍ ສໍາລັບຜູ້ ທີ່ມີອາຍຸ ບໍ່ເຖິງກະສຽນ ຂອງສະຫະພາບເອີຣົບ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ຄະນະກໍາມາທິການສະຫະພາບເອີຣົບ ໄດ້ປະກາດເນື້ອໃນຂອງ “ກົດໝາຍວ່າດ້ວຍເດັກ ຂອງສະຫະພາບເອີຣົບ” ຢ່າງເປັນທາງການ ໂດຍມີແຜນຈະກໍານົດອາຍຸ ໃນການນໍາໃຊ້ສື່ສັງຄົມອອນລາຍ ສໍາລັບຜູ້ ທີ່ມີອາຍຸ ບໍ່ເຖິງກະສຽນ ຂອງສະຫະພາບເອີຣົບ. ອີງຕາມເນື້ອໃນດັ່ງກ່າວ, ຜູ້ທີ່ມີອາຍຸບໍ່ເຖິງ 13 ປີແມ່ນຫ້າມໃຊ້ສື່ສັງຄົມອອນລາຍ, ຂະນະທີ່ ຜູ້ທີ່ມີອາຍຸບໍ່ເຖິງ 15 ປີແມ່ນຫ້າມບໍ່ໃຫ້ມີບັນຊີສື່ສັງຄົມອອນລາຍ ເປັນຂອງຕົນເອງ. ສໍາລັບຜູ້ທີ່ມີອາຍຸລະຫວ່າງ 13-15 ປີ, ສະຫະພາບເອີຣົບ ມີແຜນຈະອະນຸຍາດ ໃຫ້ກຸ່ມຄົນນີ້ ສາມາດນໍາໃຊ້ “ບັນຊີທີ່ມີລັກສະນະຈໍາກັດ” ທີ່ເປີດ ແລະ ໄດ້ຮັບການຕິດຕາມຈາກພໍ່ແມ່ ຫລື ຜູ້ປົກຄອງ, ພ້ອມດຽວກັນນີ້ ໄດ້ຈໍາກັດບົດບາດຂອງບັນຊີດັ່ງກ່າວ ກໍຄື ເວລາການນໍາໃຊ້ຂອງກຸ່ມຄົນດັ່ງກ່າວ.ພາຍຫລັງ ເນື້ອໃນດັ່ງກ່າວ ໄດ້ຮັບການປະກາດແລ້ວ ແມ່ນໄດ້ຮັບການສະໜັບສະໜູນ ຈາກປະຊາຊົນຈໍານວນຫລາຍ. ຂະນະທີ່ ສື່ມວນຊົນເອີຣົບຈໍານວນຫລາຍເຫັນວ່າ: ການທົດສອບທີ່ແທ້ຈິງ ຂອງນະໂຍບາຍດັ່ງກ່າວ ຢູ່ທີ່ສະຫະພາບເອີຣົບ ຈະສາມາດສ້າງກົນໄກ ທີ່ມີປະສິດທິພາບໄດ້ ຫລືບໍ່ ເພື່ອປ້ອງກັນ ບໍ່ໃຫ້ຜູ້ທີ່ມີອາຍຸ ບໍ່ເຖິງກະສຽນຫລີກລ່ຽງການຄຸ້ມຄອງ ໃນຂະນະດຽວ ກໍ່ປົກປ້ອງຜູ້ທີ່ມີອາຍຸ ບໍ່ເຖິງກະສຽນ ແລະ ຮັກສາຄວາມເປັນສ່ວນຕົວຂັ້ນພື້ນຖານ ຂອງເຂົາເຈົ້າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL