ກອງປະຊຸມເວທີປຶກສາຫາລືຊ່ຽງຊ່ານປັກກິ່ງຄັ້ງທີ 13 ອັດລົງດ້ວຍຜົນສຳເລັດຫລາຍດ້ານ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມ ເວທີປຶກສາຫາລື ຊ່ຽງຊ່ານປັກກິ່ງ ຄັ້ງທີ 13 ອັດລົງ ດ້ວຍຜົນສຳເລັດ ຫລາຍດ້ານ ຢູ່ນະຄອນຫວງປັກກິ່ງ ຂອງ ສປ ຈີນ ເມື່ອບໍ່ດົນມານີ້. ປີນີ້ແມ່ນປີຄົບຮອບ 20 ປີ ຂອງການສ້າງຕັ້ງເວທີປຶກສາຫາລື ຊ່ຽງຊ່ານປັກກິ່ງ. ໃນໄລຍະຈັດກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄວາມຄິດເຫັນ ໃນຫົວຂໍ້ຕ່າງໆ, ເຊັ່ນ: ລະບຽບສາກົນ ແລະ ຄວາມໝັ້ນຄົງ ທາງຍຸດທະສາດ, ບັນຫາ ແລະ ວິທີແກ້ໄຂ ການປະທະກັນ ໃນບາງພາກພື້ນ ແລະ ອື່ນໆ, ພ້ອມນີ້, ຍັງໄດ້ດຳເນີນການປຶກສາຫາລື ຢ່າງເລິກເຊິ່ງກ່ຽວກັບ ຫົວຂໍ້ສຳຄັນຕ່າງໆ ເຊັ່ນ: ທ່າອຽງການຫັນເປັນຫລາຍຂົ້ວ ກັບລະບຽບສາກົນ, ການພົວພັນ ລະຫວ່າງ ປະເທດໃຫຍ່ ກັບຄວາມໝັ້ນຄົງ ທາງຍຸດທະສາດ, ຄວາມປອດໄພ ຂອງຊ່ອງທາງເດີນເຮືອກັບ ການບໍລິຫານຄວາມປອດໄພ ທາງທະເລ, ຄວາມສ່ຽງ ແລະ ການຄຸ້ມຄອງ ການນຳໃຊ້ເຕັກໂນໂລຊີ ທັນສະໄໝເຂົ້າໃນທາງການທະຫານ ແລະ ອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
