ເອກອັກຄະລັດຖະທູດລາວ ຍື່ນສານ ຕາຕັ້ງ ຕໍ່ປະທານາທິບໍດີ ສ ເບລາຣຸດຊີ

ຂປລ. ເພື່ອສືບຕໍ່ຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການຮ່ວມມື ກັບປະເທດເພື່ອນມິດ ຕາມແນວທາງການຕ່າງປະເທດ ຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ໃນວັນທີ 11 ມີນາ 2025 ຜ່ານມາ, ຢູ່ທໍານຽບປະທານາ ທິບໍດີ ເບລາຣຸດຊີ ທີ່ນະຄອນຫລວງມິນ, ທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ ທ່ານ ອາເລັກຊັງເດຼີ ລູກາແຊນໂກ (Alexander Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອດໍາລົງຕໍ່າແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສາທາລະນະລັດ ເບລາຣຸດຊີ ທີ່ມີສໍານັກງານການທູດຕັ້ງຢູ່ ນະຄອນຫລວງມົດສະກູ, ສ ຣັດເຊຍ.
ໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີພັນດອນ ອ້ອຍບົວບຸດດີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ອາເລັກຊັງເດຼີ ລູກາແຊນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ.
ພ້ອມກັນນັ້ນ, ທ່ານ ອາເລັກຊັງເດຼີ ລູກາແຊນໂກ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ກ່າວວ່າ: ການພົວພັນຮ່ວມມື ກັບ ສປປ ລາວ ໃນເວທີສາກົນ ແມ່ນເປັນເພື່ອນມິດທີ່ບໍ່ປ່ຽນແປງ ແລະ ມີລັກສະນະສ້າງສັນ ຢ່າງສະເໝີຕົ້ນສະເໜີປາຍ. ໃນອະນາຄົດອັນໃກ້ນີ້, ເຫັນຄວນຈັດຕັ້ງປະ ຕິບັດຂໍ້ຕົກລົງທີ່ໄດ້ຕົງລົງກັນ ໃນການພົບປະກັບ ທ່ານປະທານເທດ ທອງລຸນ ສີສຸລິດ ໃນປີ 2024 ທີ່ຜ່ານມາ ທີ່ເມືອງກາຊານ, ລັດຕາຕາສະຖານ ສະຫະພັນຣັດເຊຍ. ເພື່ອຈຸດປະສົງດັ່ງກ່າວ ຈະໄດ້ມີການວາງແຜນກິດຈະກໍາຮ່ວມກັນສອງຝ່າຍ.
ກ່ອນໜ້າມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 10 ມີນາ 2025 ທ່ານ ເອກອັກຄະລັດຖະທູດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເອບເກນນີ ເຊສະຕາກອບ (Evgeny Shestakov) ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເບລາຣຸດຊີ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໄດ້ມີການພົບປະກັນ ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເບລາຣຸດຊີ, ທັງສອງຝ່າຍໄດ້ເຫັນພ້ອມກັນວ່າ ຈະຕ້ອງໄດ້ເພີ່ມທະວີ ການພົວພັນຮ່ວມມືນໍາກັນຕື່ມ ທາງດ້ານເສດຖະກິດ-ການຄ້າ, ການແລກປ່ຽນການຢ້ຽມຢາມ ຂອງການນໍໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ເສີມຂະຫຍາຍການຮ່ວມມື ທາງດ້ານວັດທະນະທຳ-ສັງຄົມ,ການສຶກສາ ແລະ ວຽກງານຍຸຕິທຳ ໃຫ້ເຂົ້້າສູ່ລວງເລິກ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືຊອກຫາທ່າແຮງບົ່ມຊ້ອນ ໃນການຮ່ວມມືທາງດ້ານການສຶກສາ, ຄົມມະນາຄົມຂົນສົ່ງ, ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນທັດສະນະ ໃນບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈຮ່ວມກັນ ແລະ ທິດທາງໃນການພັດ ທະນາການພົວພັນຮ່ວມມື ແລະ ແຜນການຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ລາວ-ເບລາຣຸສຊີ ໃນຕໍ່ໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸສຊີ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 07 ກຸມພາ 1994.