ກົມສິລະປະວັດທະນະທໍາ ກຽມພ້ອມ ສະແດງ ໂອກາດສະຫລອງ 3 ວັນປະຫວັດສາດ

18/03/2025 17:51
Email Print 83
KPL - Asean 2024 ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ 100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.



ຂປລ. ປັດຈຸບັນ, ສິລະປະວັດທະນະທໍາ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍາ ​ແລະ ທ່ອງ​ທ່ຽວ ມີຄວາມພ້ອມ
100% ​ເພື່ອສະ​ແດງ​ໃນ​ໂອກາດສະເຫລີມສະຫລອງ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.




ທ່ານ ນາງ ວັນສີ ສຸກຈະເລີນ ຮອງຫົວໜ້າກົມ ສິລະປະວັດທະນະທໍາ  ​ໄດ້​ໃຫ້​ສໍາພາດ​ຕໍ່​ສື່​ມວນ​ຊົນ ​ໃນ​ວັນ​ທີ 18 ມີນາ 2024 ນີ້ວ່າ: ມາຮອດປັດຈຸບັນ, ກົມສິລະປະວັດທະນະທໍາ ​ໄດ້​ມີ​ການກະກຽມຄວາມພ້ອມດ້ານ​ຕ່າງໆ ​ເພື່ອສະເຫລີມສະຫລອງ
3 ວັນປະຫວັດສາດດັ່ງກ່າວ ເຊິ່ງພວກເຮົາໄດ້ ປະກາດໃຫ້ບັນດານັກປະພັນ ປະດິດຄິດແຕ່ງ ບົດເພງ, ກາບກອນ, ຂັບລຳ ເຂົ້າມາແຂ່ງຂັນທັງໜົດ 64 ບົດເພງ ແລະ ພາກສ່ວນນັກສະແດງປະກອບມີ 320 ຄົນ ແລະ ມີ 12 ພາກສ່ວນຄື: ກອງສິລະປະ ກອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ, ກອງລະຄອນແຫ່ງຊາດ, ວິທະຍາໄລສິລະປະແຫ່ງຊາດ, ກອງສິລະປະກອນກອງທັບປະຊາຊົນລາວ, ກອງສິລະປະກອນ ປ້ອງກັນຄວາມສະຫງົບ, ສະໂມສອນດ່ານຊ້າງ, ກອງດຸລິຍາງກອງທັບປະຊາຊົນລາວ, ນັກຮ້ອງຮັບເຊີນ, ສະຫະພັນນັກກິລາເຕັ້ນແຫ່ງຊາດ, ພິທີກອນຮັບເຊີນ ແລະ ຫໍວັດທະນະທຳແຫ່ງຊາດ.




ສຳລັບ ການສະແດງຮັບໃຊ້ງານສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດ​ລາວຄົບ ຮອບ
70 ປີ ໃນຕອນເຊົ້າວັນທີ 22 ມີນາ 2025 ຢູ່ຫໍປະຊຸມແຫ່ງຊາດ ປະກອບມີ: ຮ້ອງເພງລາວໝູ່ຍິງ-ຊາຍ ໃນບົດເພງ: ເມືອງລາວມີພັກນໍາພາສະແດງ ໂດຍກອງສິລະປະກອນກອງທັບ;  ລາຍການກາຍຍະສິນ: ຕີລັງກາເທິງໄມ້ສ້າວ ສະແດງໂດຍກອງກາຍຍະສິນແຫ່ງຊາດ; ຮ້ອງເພງປະສານຟ້ອນໃນບົດເພງ: ບົນເສັ້ນທາງເດີນ ສະແດງໂດຍກອງສິລະປະກອນກອງທັບ, ກອງສິລະປະກອນແຫ່ງຊາດ ແລະ ນັກຮ້ອງທຸກພາກສ່ວນ. ພ້ອມນີ້, ຍັງ​ມີລາຍການສະແດງ ສິລະປະ-ວັດທະນະທຳ ໃນຕອນແລງຢູ່ຫໍວັດທະນະທຳແຫ່ງຊາດ ປະກອບມີ: ການສະແດງວົງດົນຕີ ອໍແກັສຕຣາ ລວມມີ 5 ເພງຄື: ເພງ ສຽງປືນສະຫລອງໄຊ, ເພງຈົດຈໍາບຸນຄຸນພັກ: (ເສບວົງອໍແກັສຕຣາ), ເພງ ກ້າວສ້າງສະຫວັນເມືອງລາວ (ວົງອໍແກັສຕຣາ ແລະ ຮ້ອງລວມໝູ່ຍິງ-ຊາຍ); ການສະແດງປະສົມປະສານ ໃນຫົວຂໍ້ 70 ປີ ໃຕ້ຮົ່ມທຸງໄຊພັກ ປະກປລອບມີ: ຕອນທີ 1 ສຸກໃຈໃນບ້ານເກີດ, ບ່າວສາວລົງຊ່ວງເຂັນຝ້າຍ, ທົ່ງນາບ້ານນ້ອງ, ໂຮງຮຽນບ້ານນ້ອງ; ຕອນທີ 2 ຢາດເລື້ອດ ແລະ ນໍ້າຕາ, ໃຫ້ໂທດຂອງພວກຮຸກຮານ; ຕອນທີ 3 ວິລະກຳອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ, ຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ, ວິລະກຳອັນພິລະອາດຫານ ຂອງກອງທັບປົດປ່ອຍ ປະຊາຊົນລາວ ແລະ ຕອນທີ 4 ກ້າວສູ່ການພັດທະນາ ວຽກງານກະສິກຳ, ກຳມະກອນລາວ, ປົກປັກຮັກສາຄວາມສະຫງົບສຸກ, ປົກປັກປະເທດຊາດໃຫ້ໝັ້ນຄົງ, ເຊື່ອໝັ້ນ ແລະ ກ້າວເດີນຕາມພັກນໍາພາ.

ຂ່າວ: ວຽງ​ສະຫວັນ

KPL