25 ປະເທດປຶກສາຫາລືກ່ຽວກັບການຮັບປະກັນຄວາມໝັ້ນຄົງຢູ່ ອູແກຣນ


ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ເຄີດສະຕາມມເມີ(Keir Starmer),ນາຍົກ ລັດຖະມົນຕີ ອັງກິດ ເປັນປະທານ ກອງປະຊຸມ ສຸດຍອດ ແບບທາງໄກ ດ້ວຍການເຂົ້າຮ່ວມຂອງ 25 ປະເທດ ແນໃສ່ ປຶກສາຫາລື ກ່ຽວກັບ ວິທີຮັບປະກັນ ຄວາມໝັ້ນຄົງ ໃຫ້ແກ່ ອູແກຣນ ພາຍຫລັງ ຄຳສັ່ງ ຢຸດຍິງ ໄດ້ຮັບການລົງນາມ.ກອງປະຊຸມ ສຸດຍອດ ຄັ້ງນີ້ ໄດ້ເຕົ້າໂຮມ ການນຳ 25 ທ່ານ ມາຈາກ ຫລາຍປະເທດ ເອີຣົບ, ອົດສະຕຣາລີ, ການາດາ ແລະ ນູເວນເຊລັງ. ເມື່ອກ່າວຄຳເຫັນ ໃນກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ອັງກິດ ຮຽກຮ້ອງ ບັນດາປະເທດ ເຂົ້າຮ່ວມ “ສຳພັນທະມິດ ອາສາສະໝັກ” ເພື່ອປ້ອງກັນ ບໍ່ວ່າຄຳສັ່ງຢຸດຍິງໃດ ທີ່ບັນລຸໄດ້ຢູ່ ອູແກຣນ. ພ້ອມທັງຮຽກຮ້ອງ ຣັດເຊຍ ຕ້ອງມີຄວາມຈິງຈັງກວ່າ ແລະ ເຂົ້າຮ່ວມ ການເຈລະຈາ ພາຍຫລັງ ທ່ານ ວາໂລດີເມຍ ເຊເລັນສະກີ(Volodymyr Zelensky )ປະທານາທິບໍດີ ອູແກຣນ ໄດ້ໃຫ້ຄຳໝັ້ນສັນຍາ ຢຸດຍິງ ໂດຍບໍ່ມີເງື່ອນໄຂ ພາຍໃນ 30ວັນ ຢ່າງທັນທີ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ