ສປ ຈີນ ທວງໃຫ້ ຈີ7 ສົ່ງເສີມຄວາມສາມັກຄີ-ການຮ່ວມມືສາກົນໃຫ້ຫລາຍຂຶ້ນ


ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ສປ ຈີນ ທວງໃຫ້ກຸ່ມ G7 ຈົ່ງຮັບຮູ້ເຖິງ ທ່າອ່ຽງໃຫຍ່ ຂອງໂລກ, ປະລະແນວຄິດ ແບບສົງຄາມເຢັນ ແລະ ຄວາມເຫັນລຳອຽງ ໃນດ້ານຮູບຖານຈິດສຳນຶກ, ຍຸດຕິການທຳລາຍອະທິປະໄຕຂອງ ສປ ຈີນ ແລະ ແຊກແຊງ ວຽກງານພາຍໃນຂອງ ສປ ຈີນ, ຍຸດຕິການປຸກປັ່ນ ເພື່ອຍຸແຍ່ໃຫ້ເກີດ ການປະທະກັນ, ການເປັນປໍລະປັກກັນ ແລະ ເປັນກຸ່ມກ້ອນ ປໍລະປັກກັນ, ສຸມໃສ່ຫົວຂໍ້ ສຳຄັນຕ່າງໆ ເຊັ່ນ: ຮັບມືກັບສິ່ງທ້າທາຍ ລະດັບທົ່ວໂລກ, ຊຸກຍູ້ການພັດທະນາ ທົ່ວໂລກ ແລະອື່ນໆ ພ້ອມທັງ ເພີ່ມຄວາມເອົາໃຈໃສ່ ສົ່ງເສີມຄວາມສາມັກຄີ ແລະ ການຮ່ວມມືສາກົນ ໃຫ້ຫລາຍຂຶ້ນ.ພາຍຫລັງ ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດກຸ່ມ 7 ປະເທດ(G7) ໄດ້ອອກຖະແຫລງການຮ່ວມ ແລະ “ຖະແຫລງການ ວ່າດ້ວຍຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ ທາງທະເລ” ໂດຍໄດ້ສ້າງກະແສຂ່າວ ກ່ຽວກັບ ຫົວຂໍ້ທີ່ພົວພັນກັບຈີນ ແລະ ໄດ້ສະແດງຄວາມເຫັນ ໃນທາງທີ່ບໍ່ສ້າງສັນກ່ຽວກັບບັນຫາໄຕ້ຫວັນ ແລະ ບັນຫາ ທາງທະເລ ເປັນຕົ້ນ. ທ່ານ ນາງ ມາວນິງ ໂຄສົກກະຊວງການຕ່າງປະເທດຈີນ ເປີດເຜີຍວ່າ: ຖະແຫລງການທີ່ກ່ຽວຂ້ອງ ຂອງກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ຂອງກຸ່ມ G7 ບໍ່ໄດ້ເອົາຫົວຊາ ຕໍ່ຄວາມຈິງ, ປີ້ນດຳເປັນຂາວ, ໃສ່ຮ້າຍປ້າຍສີຈີນ ແລະ ແຊກແຊງວຽກງານ ພາຍໃນຂອງ ສປ ຈີນ. ສປ ຈີນ ສະແດງຄວາມບໍ່ພໍໃຈ ຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້ ພ້ອມທັງ ໄດ້ສະແດງຄວາມຕໍ່ວ່າ ທັກທ້ວງຢ່າງເຄັ່ງຂຶມ ຕໍ່ປະເທດທີ່ກ່ຽວຂ້ອງ. ທ່ານ ນາງ ມາວນິງ ກ່າວຕື່ມວ່າ: ບັນຫາໄຕ້ຫວັນ ເປັນບັນຫາສຳຄັນ ເປັນຢ່າງຍິ່ງ ໃນຜົນປະໂຫຍດແກນກາງ ຂອງສປ ຈີນ, ຈະບໍ່ອະນຸຍາດໃຫ້ອິດທິກຳລັງພາຍນອກໃດໆ ເຂົ້າມາແຊກແຊງ ຢ່າງເດັດຂາດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ