ການຫລອກລວງທາງໂທລະຄົມທີ່ເມຍວາດີມຽນມາ ຖືກຄຸມຕົວສົ່ງຄືນຈີນ 2.876ຄົນ

18/03/2025 16:53
Email Print 83
KPL - Asean 2024 ຜູ້ຕ້ອງສົງໄສ ສັນຊາດຈີນ 2.255 ຄົນ ໃນຄະດີ ການຫລອກລວງ ທາງໂທລະຄົມ ທີ່ເມຍວາດີ ປະເທດມຽນມາ ໄດ້ຖືກເຈົ້າໜ້າທີ່ ຕຳຫລວດຈີນ ຄຸມຕົວຜ່ານປະເທດໄທ ສົ່ງຄືນປະເທດ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ຜູ້ຕ້ອງສົງໄສ ສັນຊາດຈີນ 2.255 ຄົນ ໃນຄະດີ ການຫລອກລວງ ທາງໂທລະຄົມ ທີ່ເມຍວາດີ ປະເທດມຽນມາ ໄດ້ຖືກເຈົ້າໜ້າທີ່ ຕຳຫລວດຈີນ ຄຸມຕົວຜ່ານປະເທດໄທ ສົ່ງຄືນປະເທດ. ນັບແຕ່ວັນທີ 20 ກຸມພາປີນີ້ ເປັນຕົ້ນມາ, ສປ ຈີນ, ມຽນມາ ແລະ ໄທ ໄດ້ເລີ່ມຮ່ວມມື ເຮັດວຽກການຄຸມຕົວຜູ້ຕ້ອງສົງໄສ ໃນຄະດີການຫລອກລວງ ທາງໂທລະຄົມ ທີ່ເມຍວາດີ ປະເທດມຽນມາ ກັບຄືນ ສປ ຈີນ ແລະ ນັບແຕ່ນັ້ນມາໄດ້ມີຜູ້ຕ້ອງສົງໄສ ສັນຊາດຈີນ ຈຳນວນ 2.876 ຄົນຖືກ ຄຸມຕົວສົ່ງຄືນຈີນ.ນັບແຕ່ປີນີ້ ເປັນຕົ້ນມາ, ໂດຍແນໃສ່ການກະທຳຕ້ອງໂທດ ທີ່ຫລອກລວງທາງໂທລະຄົມ ທີ່ຖືພົນລະເມືອງຈີນ ເປັນເປົ້າໝາຍ ທີ່ມີເຮືອນຮັງຢູ່ເມຍວາດີ ຂອງມຽນມາ ມີສະຖານະການອັນຂ້ຽວຂາດ, ເຈົ້າໜ້າທີ່ຕຳຫລວດຂອງ ສປ ຈີນ, ມຽນມາ ແລະ ໄທ ໄດ້ລົງເລິກ ການຮ່ວມມືດ້ານການປະຕິບັດ ກົດໝາຍ ຢ່າງບໍ່ຢຸດຢັ້ງ, ໄດ້ບີດຮັດພື້ນທີ່ການດຳລົງຄົງຕົວ ຂອງອາຊາຍາກຳ ການຫລອກລວງ ທາງໂທລະຄົມ ຢູ່ເຂດເມຍວາດີຂອງມຽນມາ ຢ່າງສຸດຂີດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL