ກະຊວງພາຍໃນ ສະເໜີ ກົດໝາຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງ

ຂປລ. ໃນວາລະດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 18 ມີນາ 2025 ນີ້, ທ່ານ ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄິດຄຳເຫັນ ໃສ່ກົດໝາຍ ສະບັບປັບປຸງດັ່ງກ່າວ. ທັງນີ້, ກໍເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ກະທັດຮັດ, ສອດຄ່ອງກັບສະພາບການປ່ຽນແປງໃໝ່ ແລະ ສອດ ຄ່ອງກັບແນວທາງນະໂຍບາຍ ທີ່ພັກ ແລະ ລັດຖະບານ ວາງອອກຢ່າງເຂັ້ມງວດ.
ທ່ານ ວິໄລວົງ ບຸດດາຄຳ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໃນປີ 2015 ເປັນຕົ້ນມາ, ກະຊວງພາຍໃນ ໃນນາມທີ່ເປັນເສນາທິການໃຫ້ລັດຖະບານ ກໍໄດ້ເອົາໃຈໃສ່ເຜີຍແຜ່, ເຊື່ອມຊຶມ ແລະ ແຈກຢາຍ ໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ແລະ ໄດ້ຜັນຂະຫຍາຍເປັນນິຕິກຳລຸ່ມກົດໝາຍ ຈໍານວນ 13 ສະບັບ; ບັນດາອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເຂົ້າໃນການຄຸ້ມຄອງບໍລິຫານລັດໃນດ້ານຕ່າງໆ ຂອງອົງການປົກຄອງແຕ່ລະຂັ້ນ ໄດ້ຮັບຜົນສໍາເລັດເປັນຢ່າງດີໂດຍພື້ນຖານ. ພາຍຫລັງທີ່ມີ ທິດຊີ້ນໍາ ໃນການປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກະຊວງພາຍໃນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ໄດ້ສ້າງແຜນການ ເຄື່ອນໄຫວປັບປຸງ ກົດໝາຍດັ່ງກ່າວ ໂດຍໄດ້ລົງເລິກສຸມ ໃສ່ຄົ້ນ ຄວ້າແຕ່ລະບັນຫາທີ່ຕິດພັນ ເຊິ່ງຮ່າງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ມີທັງໝົດ 8 ພາກ, 21 ໝວດ, 81 ມາດຕາ. ໃນນີ້, ເພີ່ມເຂົ້າໃໝ່ 16 ມາດຕາ, ປັບປຸງ 62 ມາດຕາ ແລະ ບໍ່ໄດ້ປັບປຸງ 3 ມາດຕາ.
ພາຍຫລັງ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງອັນສໍາຄັນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການປັບປຸງ ຂັ້ນການປົກຄອງ ໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງ ໃນແຕ່ລະທ້ອງຖິ່ນ ໂດຍສະເພາະການສ້າງຕາແສງ ເປັນການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອໍານວຍ ໃຫ້ບ້ານເປັນ ຫົວໜ່ວຍບໍລິຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງໃນການປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ສອດຄ່ອງ ຕາມແນວທາງ ນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງໃຫ້ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ແທດເຖິງ; ຮັບປະກັນບົດບາດ ການນໍາພາຂອງພັກຢ່າງໜັກແໜ້ນ, ເຮັດໃຫ້ການນໍາພາຂອງພັກ ຢັ່ງເລິກ-ເຖິງຫົວໜ່ວຍຮາກຖານຂອງປະເທດ; ສ້າງໃຫ້ເປັນກົງຈັກການປົກຄອງ ທີ່ຕິດແທດກິ້ງເກືອກລີເລືອ, ເປັນທີ່ເພິ່ງ ຂອງປະຊາຊົນ ບັນດາເຜົ່າ; ສາມາດນໍາເອົາແນວທາງນະໂຍບາຍ, ການບໍລິການຂອງລັດຍັບເຂົ້າ ເຖິງປະຊາຊົນໄດ້ຢ່າງທົ່ວເຖິງ; ຍົກລະດັບການປົກຄອງ ດ້ວຍລັດດ້ວຍກົດໝາຍ ໃຫ້ໜັກແໜ້ນຍິ່ງຂຶ້ນ ຕາມຈຸດພິເສດ ແລະ ເງື່ອນໄຂຂອງ ສປປ ລາວ ເພື່ອສ້າງເງື່ອນໄຂໃຫ້ທ້ອງຖິ່ນ ນັບມື້ນັບມີຄວາມເຂັ້ມແຂງ, ມີການພັດທະນາ ເຊິ່ງເປັນປັດໄຈສໍາຄັນຕົ້ນຕໍ ໃຫ້ກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ກໍຄື ການສ້າງຄວາມຢູ່ດີກິນດີ ແຕ່ຮາກຖານຂຶ້ນມາ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ