ພັກ-ລັດຖະບານ ຊຸກຍູ້-ສົ່ງເສີມ ທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ ທົດແທນການນຳເຂົ້າ

17/03/2025 12:33
Email Print 83
KPL - Asean 2024 ຂປລ. ຕະຫລອດ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານລາວ ຍາມໃດກໍໄດ້ຊຸກຍູ້ສົ່ງເສີມ, ນຳ ພາ-ຊີ້ນຳ ອັນສະຫລາດຊ່ອງໃສ ຕໍ່ຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີທ່າແຮງ ໃນການຂັບເຄື່ອນ ການດຳເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມ​ກັນ​ນັ້ນ ກໍ​ໄດ້ ຊຸກຍູ້-ສົ່ງ​ເສີມ ​ແລະ ປຸກລະດົມທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ​ໃຫ້ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.




ຂປລ. ຕະຫລອດ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານລາວ ຍາມໃດກໍໄດ້ຊຸກຍູ້ສົ່ງເສີມ
, ນຳ ພາ-ຊີ້ນຳ ອັນສະຫລາດຊ່ອງໃສ ຕໍ່ຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີທ່າແຮງ ໃນການຂັບເຄື່ອນ ການດຳເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມ​ກັນ​ນັ້ນ ກໍ​ໄດ້ ຊຸກຍູ້-ສົ່ງ​ເສີມ ​ແລະ ປຸກລະດົມທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ​ໃຫ້ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ ຈາກຕ່າງປະເທດ.




ທ່ານ ສົນໄຊ ສິງນວນພັນທະກຸນ ຜູ້ອຳນວຍການໂຮງງານຜະລິດເຂົ້າໜົມສາຍຂອງ ​ໄດ້​ມີ​ຄໍາ​ເຫັນ  ໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີທີ່​ຈະ​ມາ​ເຖິງ​ ​ນີ້ວ່າ: ພັກ ແລະ ລັດຖະບານລາວ ໄດ້ຊຸກຍູ້ສົ່ງເສີມ
, ອຳນວຍຄວາມສະດວກ ໃນດ້ານຕ່າງໆຕໍ່ການດຳ ເນີນທຸລະກິດ ຂອງຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດມາໂດຍຕະຫລອດ ໂດຍສະເພາະ ໄດ້ປຸກລະດົມທົ່ວປວງຊົນ ຫັນມາຊົມໃຊ້ສິນຄ້າພາຍໃນ ຫລາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ ຈາກຕ່າງປະເທດ ເຮັດໃຫ້ຫົວໜ່ວຍທຸລະກິດຕ່າງໆ ​ໂດຍສະເພາະ ໂຮງງານຜະລິດເຂົ້າໜົມສາຍຂອງ ໄດ້ມີທ່າແຮງ ໃນການບຸກບືນ ພັດທະນາໂຮງງານ ໃຫ້ມີການຜະລິດຫລາຍຮູບແບບ ເປັນຕົ້ນ ຜະລິດເຂົ້າໜົມແຫ້ງ, ເຂົ້າຈີ່, ເຂົ້າໜົມປັງ ດ້ວຍການຄວບຄຸມຄຸນນະພາບ ການຜະລິດພາຍໃຕ້ລະບົບ GMP ຮັກ ສາມາດຕະຖານດີທີ່ສຸດ ເພື່ອເປົ້າໝາຍສົ່ງສິນຄ້າ ຈໍາໜ່າຍອອກສູ່ສັງຄົມ. ພ້ອມນັ້ນ, ພັກ ​ແລະ ລັດຖະ ບານ ຍັງໄດ້ສົ່ງເສີມ ການໝູນວຽນນໍາໃຊ້ວັດຖຸດິບ ພາຍໃນເຊິ່ງກັນ ແລະ ກັນ ເຊັ່ນ: ໄຂ່ໄກ່, ເກືອ, ແປງ, ນໍ້າຕານ, ນໍ້າດື່ມ, ຖົງຢາງ, ແກັດເຈ້ຍ, ແກ໊ສຫຸງຕົ້ມ ແລະ ອື່ນໆ.




​ໂອກາດ​ນີ້
, ທ່ານ ສົນໄຊ ສິງນວນພັນທະກຸນ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການນໍາ ພັກ, ລັດ ທີ່ຍາມໃດກໍເບິ່ງແຍງ, ຊຸກຍູ້ສົ່ງເສີມ ການດຳເນີນທຸລະກິດ ຂອງຜູ້ປະກອບການ ກໍຄື ໂຮງງານຜະລິດເຂົ້າໜົມສາຍ ຂອງຢ່າງໃກ້ຊິດ ແລະ ອໍານວຍຄວາມສະດວກ ໃນການດຳເນີນການຜະລິດ ຕະຫລອດມາ, ເຮັດໃຫ້ການດຳເນີນ ທຸລະກິດຂອງໂຮງງານ ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ປະສົບຜົນສຳເລັດ ເປັນກ້າວໆມາ ເຊິ່ງໂຮງງານຜະລິດເຂົ້າໜົມສາຍຂອງ ມີຄວາມພ້ອມ ທີ່ຈະສົ່ງເສີມສິນຄ້າພາຍໃນ ເພື່ອກະຕຸ້ນໃຫ້ ເສດຖະກິດໃນ ສປປ ລາວ ມີການເຕີບໂຕຍິ່ງໆຂຶ້ນ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL