ກະຊວງການຄ້າຈີນ ເພີ່ມທະວີປະສິດທິພາບຂອງເວທີເປີດປະຕູສູ່ພາຍນອກ


ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 16 ມີນານີ້, ຜູ້ຮັບຜິດຊອບທີ່ ກ່ຽວຂ້ອງ ຂອງກະຊວງການຄ້າຈີນແຈ້ງໃຫ້ຮູ້ວ່າ: ວຽກງານການດຶງດູດ ການລົງທຶນ ຈາກຕ່າງປະເທດ ຢ່າງໜັກແໜ້ນຂອງ ສປ ຈີນໃນປີນີ້ ຈະປະສານສົມທົບກັບ ເຂດພັດທະນາ ເສດຖະກິດ ແລະ ເຕັກໂນໂລຊີລະດັບຊາດ, ເຂດສາທິດ-ເຂດທົດລອງສັງລວມການເປີດກວ້າງການເປີດປະຕູສູ່ພາຍນອກຂອງຂະແໜງການບໍລິການແຫ່ງຊາດ, ເຂດທົດລອງການຄ້າເສລີ ແລະ ເວທີອື່ນໆ ເພື່ອເພີ່ມທະວີປະສິດທິພາບຂອງເວທີດັ່ງກ່າວ.ປັດຈຸບັນ, ທົ່ວປະເທດຈີນ ມີເຂດພັດທະນາເສດຖະກິດລະດັບຊາດ 232 ແຫ່ງ, ເຂດພັດທະນເສດຖະກິດດັ່ງກ່າວ ກວມເອົາເນື້ອທີ່ທົ່ວປະເທດຈີນ ບໍ່ຮອດ 3%, ແຕ່ໄດ້ກວມເອົາ 1/10 ຂອງລວມຍອດຜະລິດຕະພັນພາຍໃນ(GDP) ຂອງເຂດແຄວ້ນ ໃນທົ່ວປະເທດ ແລະ ໄດ້ກວມເອົາຫລາຍກວ່າ 1/5 ຂອງມູນຄ່າການນຳໃຊ້ທຶນຈາກຕ່າງປະເທດຂອງ ສປ ຈີນ.ນອກນີ້, ໃນປີ 2024, ຢູ່ 11 ແຂວງ ແລະ ກຳແພງນະຄອນ ທີ່ເປັນເຂດສາທິດ-ເຂດທົດລອງລັງລວມ ການເປີດກວ້າງການເປີດປະຕູ ສູ່ພາຍນອກ ຂອງຂະແໜງການບໍລິການ, ມູນຄ່າການດຶງດູດທຶນຈາກຕ່າງປະເທດ ຂອງຂະແໜງການບໍລິການ ບັນລຸເຖິງ 41,3 ຕື້ໂດລາ, ກວມເອົາປະມານ 50,2% ຂອງຂະແໜງການບໍລິການທົ່ວປະເທດຈີນ.ແຜນດຳເນີນງານວ່າດ້ວຍ ການດຶງດູດທຶນ ຈາກຕ່າງປະເທດ ຢ່າງໜັກແໜ້ນປີ 2025 ທີ່ ສປ ຈີນເປີດເຜີຍໃນເດືອນກຸມພາປີນີ້ ໄດ້ລະບຸກ່ຽວກັບ ການເພີ່ມທະວີ ປະສິທິພາບ ຂອງເວທີເປີດປະຕູສູ່ພາຍນອກ, ຍົກລະດັບ ການພັດທະນາ ເສດຖະກິດ ແບບເປີດກວ້າງ ຂອງເຂດພັດທະນາເສດຖະກິດ ແລະ ເຕັກໂນໂລຊີ ລະດັບຊາດ ແລະ ການປະຕິບັດຍຸດທະສາດ ເພື່ອຍົກລະດັບ ເຂດທົດລອງ ການຄ້າເສລີ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ