ຮົງກາຣີ ສະເໜີຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບເອີຣົບ


ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ທ່ານ ໂອບັນ ວິກໂຕ ນາຍົກລັດຖະມົນຕີ ຮົງກາຣີ ໄດ້ສະເໜີ ຄວາມຮຽກຮ້ອງ 12 ຂໍ້ຕໍ່ສະຫະພາບ ເອີຣົບ ເຊິ່ງລວມທັງ ປະເທດສະມາຊິກ ທັງໝົດ ຂອງສະຫະພາບເອີຣົບ ມີຄວາມສະເໝີພາບ ໃນກົດໝາຍ, ສົ່ງຄືນສິດເປັນເຈົ້າຂອງຊາດ ທີ່ຖືກສະຫະພາບເອີຣົບຕັດໄປ, ບໍ່ຈຳກັດ ການປ້ອງກັນ ຢູ່ຊາຍແດນ ເພື່ອຄຸ້ມຄອງຊາວອົບພະຍົບ ຢ່າງເຂັ້ມງວດ, ບັນລຸສັນຕິພາບ, ອູແກຣນ ບໍ່ເຂົ້າເປັນສະມາຊິກສະຫະພາບເອີຣົບ ແລະອື່ນໆ.ນອກນີ້, ທ່ານ ໂອບັນ ຍັງໄດ້ກ່າວໃນພິທີລະນຶກ ທີ່ຈັດຂຶ້ນຢູ່ນະຄອນຫລວງບູດາແປັດສ໌ ວ່າ: ໃນຄວາມເປັນຈິງແລ້ວ, ສະຫະພາບເອີຣົບບໍ່ຢາກຊ່ວຍເຫລືອ ອູແກຣນ, ແຕ່ຢາກປົກຄອງອູແກຣນ ແບບລ່າເມືອງຂຶ້ນ. ວິທີປະຕິບັດກໍແມ່ນສົງຄາມ, ດັ່ງນັ້ນ ສະຫະພາບເອີຣົບ ຈຶ່ງຕົກລົງກັນວ່າ ອູແກຣນ ຄວນສືບຕໍ່ ການປະທະກັນ. ເພື່ອເປັນຄ່າຕອບແທນ, ສະຫະພາບເອີຣົບ ຈະສະຫລະຜົນປະໂຫຍດ ຂອງຮົງກາຣີ ແລະ ປະເທດສະມາຊິກອື່ນໆ ເພື່ອໃຫ້ອູແກຣນ ໄດ້ຮັບສິດທິເຂົ້າເປັນປະເທດ ສະມາຊິກ ສະຫະພາບເອີຣົບ ໄດ້ໂດຍໄວ. ຕໍ່ກັບເລື່ອງນີ້, ຄຳຕອບຂອງຮົງກາຣີ ແມ່ນ: “ເອົາສະຫະພາບເອີຣົບໄວ້, ແຕ່ບໍ່ໃຫ້ມີ ອູແກຣນ.”./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ