ຍີ່ປຸ່ນ-ໄທ-ສສ ຫວຽດນາມ ຈັດເວທີປາໄສເຊື່ອມຕໍ່ການຄ້າ-ການທ່ອງທ່ຽວ

17/03/2025 20:55
Email Print 83
KPL - Asean 2024 ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມ ເວທີປາໄສ ໄດ້ສະໜອງຂໍ້ມູນຂ່າວສານ ກ່ຽວກັບ ບັນດາຂົງເຂດ ຮ່ວມມື ທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະເທດ ຄື: ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນ ເພື່ອສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, ໂລຈີສຕິກ(logistics), ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫລ່ ເອເລັກໂຕນິກ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ມີວິສາຫະກິດກວ່າ 100 ແຫ່ງເຂົ້າຮ່ວມ ເວທີປາໄສ ໄດ້ສະໜອງຂໍ້ມູນຂ່າວສານ ກ່ຽວກັບ ບັນດາຂົງເຂດ ຮ່ວມມື ທີ່ມີຄວາມສາມາດບົ່ມຊ້ອນຢູ່ 3 ປະເທດ ຄື: ສສ ຫວຽດນາມ, ໄທ ແລະ ຍີ່ປຸ່ນ ເພື່ອສຸມໃສ່ບັນດາຂົງເຂດການທ່ອງທ່ຽວ, ໂລຈີສຕິກ(logistics), ຜະລິດ ແລະ ປຸງແຕ່ງອາຫານ, ເຕັກໂນໂລຊີ ແລະ ນະວັດຕະກຳ, ພະລັງງານທົດແທນ, ອຸດສາຫະກຳໜູນຊ່ວຍ ແລະ ເຄື່ອງອາໄຫລ່ ເອເລັກໂຕນິກ. ບັນດາຂົງເຂດດັ່ງກ່າວກໍໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນ ຊຸກຍູ້ການຮ່ວມມື ແລະ ຄວາມຜູກພັນ ລະຫວ່າງ 3 ພື້ນຖານ ເສດຖະກິດ ຫວຽດນາມ, ໄທ, ຍີ່ປຸ່ນ.ໃນຂອບເຂດເວທີປາໄສ, ບັນດາວິສາຫະກິດ ໄທ ແລະ ຍີ່ປຸ່ນ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື 4 ສະບັບ ໃນບັນດາຂົງເຂດພັດທະນາຕາໜ່າງດຳເນີນທຸລະກິດລະຫວ່າງ  ໄທ ແລະ ຍີ່ປຸ່ນ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ໄທ - ຍີ່ປຸ່ນ ແລະ ການຮ່ວມມືພັດທະນາການຄ້າ, ການສົ່ງອອກນຳເຂົ້າ ຍີ່ປຸ່ນ-ຫວຽດນາມ-ໄທ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL