ງານວາງສະແດງການນຳເຂົ້າສາກົນຈີນຄັ້ງທີ 8

17/03/2025 20:55
Email Print 83
KPL - Asean 2024 ອົງ​ການ ​ວາງ​ສະ​ແດງ​ ການ​ນຳ​ເຂົ້າ ສາ​ກົນ​ຈີນ ​ແຈ້​ງ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະ​ກຽມ ​ລາຍ​ການ​ຕ່າງໆ​ ຂອງງານ​ວາງ​ສະ​ແດງ ​ການ​ນຳ​ເຂົ້າ ​ສາ​ກົນ​ຈີນ ​ຄັ້ງ​ທີ 8 ພວມດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ໃນ​ນັ້ນ ເນື້ອ​ທີ່​ການ​ເຊັນ​ສັນ​ຍາ ກ່ຽວ​ກັບ ​ເຂດ​ວາງ​ສະ​ແດງ ​ຂອງວິ​ສາ​ຫະ​ກິດ​ ໄດ້​ລື່ນ​ກາຍ 220.000 ​ຕາ​ແມັດ​ ເຊິ່ງກວມ​ເອົາ ຫລາຍກວ່າ 60% ຂອງ​ເນື້ອ​ທີ່ ​ແຜນ​ການ​ທີ່​ວາງ​ໄວ້.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນ​ທີ 16 ມີ​ນາ​ນີ້, ອົງ​ການ ​ວາງ​ສະ​ແດງ​ ການ​ນຳ​ເຂົ້າ ສາ​ກົນ​ຈີນ ​ແຈ້​ງ​ໃຫ້​ຮູ້​ວ່າ: ວຽກ​ງານ​ກະ​ກຽມ ​ລາຍ​ການ​ຕ່າງໆ​ ຂອງງານ​ວາງ​ສະ​ແດງ ​ການ​ນຳ​ເຂົ້າ ​ສາ​ກົນ​ຈີນ ​ຄັ້ງ​ທີ 8 ພວມດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ໃນ​ນັ້ນ ເນື້ອ​ທີ່​ການ​ເຊັນ​ສັນ​ຍາ ກ່ຽວ​ກັບ ​ເຂດ​ວາງ​ສະ​ແດງ ​ຂອງວິ​ສາ​ຫະ​ກິດ​ ໄດ້​ລື່ນ​ກາຍ 220.000 ​ຕາ​ແມັດ​ ເຊິ່ງກວມ​ເອົາ ຫລາຍກວ່າ 60% ຂອງ​ເນື້ອ​ທີ່ ​ແຜນ​ການ​ທີ່​ວາງ​ໄວ້.ງານ​ວາງ​ສະ​ແດງ ​ການ​ນຳ​ເຂົ້າ​ ສາ​ກົນ​ຈີນ ​ຄັ້ງ​ທີ 8 ຈະ​ສືບ​ຕໍ່​ຮັກ​ສາ​​ເນື້ອ​ທີ່ຂະ​ໜາດ​ໃຫຍ່ ​ພິ​ເສດ​ຄື 360.000 ​ຕາ​ແມັດ, ຍົກ​ລະ​ດັບ​ເຂດ​ສຳ​ຜັດ​ປັນ​ຍາ​ປະ​ດິດ, ສ້າງ​ເຂດ​ວາງ​ສະ​ແດງ​ສະ​ເພາະ​ກ່ຽວ​ກັບ ​ຮູບ​ແບບ​ການ​ອອກ​ເດີນ​ທາງ ​ໃນ​ອະ​ນາ​ຄົດ, ວາງ​ສະ​ແດງ​ເສດ​ຖະ​ກິດ ​ການ​ບິນ​ອາ​ກາດ​ຕ່ຳ ແລະ ຫົວ​ຂໍ້​ໃໝ່​ອື່ນໆ ໂດຍ​ປະ​ສານ​ສົມ​ທົບ​ກັບ ທ່າ​ອ່ຽງ​ນຳ​ໜ້​າ​ ຂອງ​ເຕັກ​ໂນ​ໂລ​ຊີ ພ້ອມ​ທັງ ​ໄດ້​ເພີ່ມ​ເຂດ​ວາງ​ສະ​ແດງ “ຕົວ​ເມືອງ​ທີ່​ມີ​ສະ​ເໜ່” ໂດຍ​ໄດ້​ເຊື້ອ​ເຊີນ​ຕົວ​ເມືອງ ​ຈາກ​ຕ່າງ​ປະ​ເທດ ​ມາ​ວາງ​ສະ​ແດງວັດ​ທະ​ນະ​ທຳ ​ທີ່​​ເປັນ​ເອກ​ະ​ລັກ​ພິ​ເສດ, ຊຸກ​ຍູ້​ການ​ແລກ​ປ່ຽນ​ ດ້ານ​ວັດ​ທະ​ນະ​ທຳ. ໃນ​ຂະ​ນະ​ດຽວ​ກັນ, ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ ໃນ​ຄັ້ງ​ນີ້​ ຈະ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ​ ທີ່​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ປະ​ເທດ ກຳລັງ​ພັດ​ທະ​ນາ ​ໃຫ້ຫລາຍ​ຂຶ້ນກວ່າ​ເກົ່າ, ຊ່ວຍ​ເຫລືອ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ-ນ້ອຍ ​ຂອງ​ປະ​ເທດ​ເຫລົ່າ​ນີ້​ເຂົ້າ​ຮ່ວມ ເພື່ອ​ເຮັດ​ໃຫ້​ ວິ​ສາ​ຫະ​ກິດ ​ດັ່ງ​ກ່າວ​ ສາ​ມາດ​ປັບ​ຕົວ​ເຂົ້າ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຕະຫລາດ​ໃນ​ປະ​ເທດຈີນ ຢ່າງວ່ອງ​ໄວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL