ກອງປະຊຸມສະໄໜວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ຂປລ. ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ມີນາ 2025 ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນຳພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ ເຊິ່ງກອງປະຊູມດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດວັນທີ 20 ມີນາ 2025 ຢູ່ຫ້ອງປະ ຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.
ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດ ເປີດກອງປະຊຸມ ຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນວ່າ: ປີ 2025 ເປັນປີມ້ວນທ້າຍຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງສະພາແຫ່ງຊາດ ຈະໄດ້ເອົາໃຈໃສ່ເພີ່ມທະວີ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ, ກົດໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ປະກົດຜົນສໍາເລັດຢ່າງຈົບງາມ. ເຖິງວ່າໃນທ່າມກາງສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫລັບສັບຊ້ອນ, ຄາດຄະເນໄດ້ຍາກ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ບັນດາປະ ເທດໃນໂລກ ລວມທັງ ສປປ ລາວ, ບວກກັບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫລາຍປີ, ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງພະ ນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ. ໃນເງື່ອນໄຂດັ່ງກ່າວ, ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕ່າງໆ ລະຫວ່າງ ສະພາແຫ່ງຊາດ, ລັດຖະບານ ແລະ ດ້ວຍຄວາມສູ້ຊົນບຸກບືນຂອງທົ່ວລະບົບການເມືອງ ໂດຍສະເພາະແມ່ນສະພາປະຊາ ຊົນຂັ້ນແຂວງ ແລະ ອົງການປົກຄອງທຸກຂັ້ນ ບວກໃສ່ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາ ຊົນບັນດາເຜົ່າ ແລະ ການສູ້ຊົນຂອງທຸກພາກທຸລະກິດ ໄດ້ເຮັດໃຫ້ບັນດາມາດຕະການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງກວ່າເກົ່າ ເຊິ່ງໄດ້ຮັບຜົນສຳ ເລັດຫລາຍດ້ານ, ເຮັດໃຫ້ເສດຖະກິດ ຂອງປະເທດສືບຕໍ່ ມີການຂະຫຍາຍຕົວໃນທາງບວກ, ບັນດາຄາດ
ໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນເປັນສ່ວນໃຫຍ່ ແລະ ຄາດໝາຍຈໍານວນໜຶ່ງ ສາມາດປະຕິບັດໄດ້ລື່ນແຜນ ເຊິ່ງເປັນການປະກອບສ່ວນທີ່ສຳຄັນໃຫ້ປະເທດຊາດ ສືບຕໍ່ມີສະ ຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ, ບົດບາດຂອງປະເທດເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາ ກົນ.
ການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້, ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ອີກດ້ານໜຶ່ງ ກໍເປັນຄວາມພະຍາ ຍາມ ແລະ ຄວາມເອົາໃຈໃສ່ຂອງສະພາແຫ່ງຊາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ ຂອງພັກໃຫ້ເປັນອັນລະອຽດເຂົ້າໃສ່ເນື້ອໃນຂອງ ລັດຖະທຳມະນູນ, ກົດໝາຍ ເພື່ອສືບ ຕໍ່ສ້າງລັດທີ່ປົກຄອງດ້ວຍກົດໝາຍສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ມີປະສິດທິພາບ ປະສິທິຜົນສູງຂຶ້ນເລື້ອຍໆ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຄື: ພິຈາລະນາ ແລະ ຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງ ປີ 2025; ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈຳນວນ 2 ສະບັບ ຄື: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ; ຄົ້ນຄວ້ານະໂຍ ບາຍ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກຳຈຳນວນໜຶ່ງ; ພິຈາລະນາຄຳສະເໜີ ຂອງທ່ານນາຍົກລັດຖະ ມົນຕີກ່ຽວກັບການປັບປຸງກົງຈັກຂອງລັດຖະບານ. ນອກຈາກນີ້, ຍັງຈະໄດ້ພິຈາລະນາຮັບຮອງຫລາຍບັນຫາທີ່ສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງປະເທດຊາດ. ສະນັ້ນ, ເພື່ອເຮັດໃຫ້ການພິຈາລະນາຮັບ ຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມສຳຄັນຄືດັ່ງກ່າວ, ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງມີຄວາມສາມັກຄີເປັນປຶກແຜນ, ປະສານສົມທົບ ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນ ທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ແລະ ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບ ການເມືອງຂອງຕົນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄຳເຫັນ ຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດ ກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງບົນພື້ນຖານແນວທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫລັກການຂອງພັກ, ຕາມລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ, ພ້ອມທັງຊອກຫາວິທີການ, ມາດຕະການທີ່ສອດ ຄ່ອງ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ. ພ້ອມກັນນັ້ນ, ກໍສ້າງຄວາມເປັນເອກະພາບສູງ ຕໍ່ເນື້ອໃນທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ເພື່ອສາມາດຮັບຮອງ ແລະ ນຳໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.
ຂ່າວ: ກິດຕາ
ພາບ:ເກດສະໜາ