ສາຍການບິນຫວຽດເຈັດ ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ

ຂປລ. ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕເລີ່ມ ສາຍການບິນຫວຽດເຈັດ (VietJet) ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ພູກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.ເສັ້ນທາງພູກວກ-ສິງກະໂປ ຈະເປີດຢ່າງເປັນທາງການໃນວັນທີ 30 ພຶດສະພາ 2025, ເສັ້ນທາງໃໝ່ ຈະດໍາເນີນຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດ, ເຮັດໃຫ້ຈຳນວນຖ້ຽວບິນທັງໝົດ ຂອງ VietJet ລະຫວ່າງຫວຽດນາມ ແລະ ສິງກະໂປ ເພີ່ມຂຶ້ນເປັນ 78 ຖ້ຽວຕໍ່ອາທິດ. ການເພີ່ມເສັ້ນທາງນີ້ຄາດວ່າຈະໃຫ້ບໍລິການຜູ້ໂດຍສານຫລາຍກວ່າ 500.000 ຄົນຕໍ່ປີລະຫວ່າງສອງປະເທດ. ນັບແຕ່ໄດ້ນໍາໃຊ້ເສັ້ນທາງນະຄອນໂຮ່ຈີ່ມິງ - ສິງກະໂປໃນປີ 2014, VietJet ໄດ້ດໍາເນີນຖ້ຽວບິນກວ່າ 16.000 ຖ້ຽວ, ຂົນສົ່ງຜູ້ໂດຍສານລະຫວ່າງສອງປະເທດຫລາຍກວ່າ 2,6 ລ້ານຄົນ. ເສັ້ນທາງໃໝ່ພູກວກ - ສິງກະໂປ ແມ່ນເພື່ອສົ່ງເສີມການທ່ອງທ່ຽວ ແລະ ຮັດແໜ້ນການພົວພັນດ້ານເສດຖະກິດ, ການຄ້າ ແລະ ວັດທະນະທຳ.
ສາຍການບິນ VietJet ແລະ Carlyle ໄດ້ລົງນາມໃນສັນຍາສະໜອງທຶນ 300 ລ້ານໂດລາສະຫະລັດ ເພື່ອຊ່ວຍການສົ່ງເຮືອບິນໃໝ່ໃນປີ 2025-2026. ຂໍ້ຕົກລົງນີ້ແມ່ນບາດກ້າວທີ່ສຳຄັນໃນຍຸດທະສາດຂອງ VietJet ໃນການຂະຫຍາຍຕົວທີ່ທັນສະໄໝ ເຊິ່ງລວມມີເຮືອບິນ 400 ກວ່າລໍາ. Carlyle Aviation Partners ຄຸ້ມຄອງເຮືອບິນ 363 ລຳໃນທົ່ວ 53 ປະເທດ ເຊິ່ງເປັນບໍລິສັດການບິນຂອງກຸ່ມ The Carlyle, ເປັນບໍລິສັດການລົງທຶນທົ່ວໂລກດ້ວຍຊັບສິນ 447 ຕື້ໂດລາສະຫະລັດ ທີ່ມີບົດບາດສຳຄັນໃນການສະໜອງການບິນສາກົນ. ການບໍລິການອຸປະກອນປະສົມປະສານສຳລັບເຮືອ Airbus ທີ່ທັນສະໄຫມ VietJet ແລະ Satair, ບໍລິສັດໃນເຄື່ອ Airbus, ໄດ້ລົງນາມໃນສັນຍາຫລາຍປີສໍາລັບການບໍລິການວັດສະດຸປະສົມປະສານ (IMS) ຂອງ Satair ເພື່ອສະໜັບສະໜູນເຮືອບິນ Airbus A320 ແລະ A330 ທັງໝົດຂອງ VietJet. ພາຍໃຕ້ຂໍ້ຕົກລົງສະເພາະນີ້, Satair ຈະສະໜອງຫລັກຊັບຝາກຂາຍ ແລະ ການສະໜັບສະໜູນສໍາລັບວັດຖຸທີ່ສິ້ນເປືອງເພື່ອເພີ່ມປະສິດທິພາບຄ່າໃຊ້ຈ່າຍໃນການດໍາເນີນງານຂອງສາຍການບິນ. ການສະເໜີ IMS ຂອງ Satair ແມ່ນການແກ້ໄຂລະບົບຕ່ອງໂສ້ການສະໜອງແບບສິ້ນເປືອງເຊິ່ງລວມມີການວາງແຜນ, ການຂົນສົ່ງ, ແລະການຄຸ້ມຄອງສິນຄ້າ ຄົງຄັງ, ເຮັດໃຫ້ VietJet ສາມາດຮັກສາປະສິດທິພາບ ແລະ ຄວາມພ້ອມໃນການດໍາເນີນງານ.
ທ່ານນາງ ຫງວຽນທິເຟືອງຖາວ, ປະທານບໍລິສັດ VietJet ໃຫ້ຮູ້ວ່າ: “VietJet ແມ່ນສາຍການບິນ ທີ່ເປັນກຳລັງໜູນຂອງເສດຖະກິດການຄ້າ, ການລົງທຶນ, ການສຶກສາ, ການແລກປ່ຽນວັດທະນະທຳ.”ໂດຍມີເຮືອບິນ 115 ລໍາ ແລະ ມີຜູ້ໂດຍສານກວ່າ 230 ລ້ານຄົນ, VietJet ສືບຕໍ່ໃຫ້ຄຳໝັ້ນສັນຍາພັດທະນາແບບຍືນຍົງ ແລະ ການຮ່ວມມືດ້ານວັດທະນະທຳ. ດ້ວຍຖ້ຽວບິນໂດຍກົງລະຫວ່າງວຽງຈັນ ແລະ ນະຄອນໂຮ່ຈີ່ມິງ/ຮ່າໂນ້ຍ, VietJet ຈຳນຳ ນັກທ່ອງທ່ຽວຈາກ ສປປ ລາວ ໄປເຖິງສະຖານທີ່ທ່ອງທ່ຽວຈຸດໝາຍປາຍທາງອັນດັບຕົ້ນໆໃນອາຊີ ແລະ ຕ່າງ ປະເທດ, ລວມທັງສິງກະໂປ, ມາເລເຊຍ, ຍີ່ປຸ່ນ, ສ ເກົາຫລີ, ຈີນ, ອິນເດຍ ແລະ ອົດສະຕຣາລີ.