ຄະນະບໍລິຫານງານສູນກາງພັກ ອອກມະຕິປັບປຸງກົງຈັກການຈັດຕັ້ງ

14/03/2025 15:32
Email Print 83
KPL - Asean 2024 ຂປລ. ວັນທີ 12 ມີນາ 2025 ນີ້, ຄະນະບໍລິຫານງານສູນກາງພັກ ອອກມະຕິວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ເພື່ອປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງບັນດາກະຊວງ, ອົງການ ແລະ ພະແນກການຢູ່ທ້ອງຖິ່ນ ທີ່ນອນໃນເປົ້າໝາຍປັບປຸງກົງຈັກການຈັດຕັ້ງ ໃຫ້ໄປຕາມທິດກະຊວງໜຶ່ງ, ກົມໜຶ່ງ, ພະແນກການໜຶ່ງ ຄຸ້ມຄອງຫລາຍວຽກ, ຫລາຍຂະແໜງການ, ພ້ອມກັນນັ້ນ ກໍສືບຕໍ່ແບ່ງຂັ້ນຄຸ້ມຄອງ, ແບ່ງສິດ-ຄວາມຮັບຜິດຊອບ ໃຫ້ລະອຽດ, ຈະແຈ້ງ ລະຫວ່າງ ກະຊວງ, ອົງການ ທີ່ຖືກປັບປຸງ ແລະ ພະແນກການກ່ຽວຂ້ອງ ຂອງທ້ອງຖິ່ນ; ປັບປຸງ, ສັບຊ້ອນ, ຈັດວາງບຸກຄະລາກອນຄືນໃໝ່

ຂປລ. ວັນທີ 12 ມີນາ 2025 ນີ້, ຄະນະບໍລິຫານງານສູນກາງພັກ ອອກມະຕິວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ ເພື່ອປັບປຸງພາລະບົດບາດ, ໜ້າທີ່, ຂອບເຂດສິດ ຂອງບັນດາກະຊວງ, ອົງການ ແລະ ພະແນກການຢູ່ທ້ອງຖິ່ນ ທີ່ນອນໃນເປົ້າໝາຍປັບປຸງກົງຈັກການຈັດຕັ້ງ ໃຫ້ໄປຕາມທິດກະຊວງໜຶ່ງ, ກົມໜຶ່ງ, ພະແນກການໜຶ່ງ ຄຸ້ມຄອງຫລາຍວຽກ, ຫລາຍຂະແໜງການ, ພ້ອມກັນນັ້ນ ກໍສືບຕໍ່ແບ່ງຂັ້ນຄຸ້ມຄອງ, ແບ່ງສິດ-ຄວາມຮັບຜິດຊອບ ໃຫ້ລະອຽດ, ຈະແຈ້ງ ລະຫວ່າງ ກະຊວງ, ອົງການ ທີ່ຖືກປັບປຸງ ແລະ ພະແນກການກ່ຽວຂ້ອງ ຂອງທ້ອງຖິ່ນ;  ປັບປຸງ, ສັບຊ້ອນ, ຈັດວາງບຸກຄະລາກອນຄືນໃໝ່ ໃຫ້ແທດກັບຕົວຈິງ, ເນັ້ນຄຸນນະພາບເປັນຕົ້ນຕໍ, ແກ້ໄຂສະພາບພະນັກງານເຫລືອບໍ່ພໍ, ບໍ່ຄວນເກື້ອກຸນ, ຫລຸດຜ່ອນຈໍານວນພະນັກງານ-ລັດຖະກອນ ດ້ວຍຮູບການຕ່າງໆ, ຊຸກຍູ້ສົ່ງເສີມໄດ້ຜູ້ດີ-ຜູ້ເກັ່ງ, ພຽບພ້ອມຄຸນນະທຳ, ຄຸນສົມບັດສິນທຳປະຕິວັດ ກໍຄື ດຶງດູດໄດ້ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ເຮັດວຽກມີຄຸນນະພາບ, ຜູ້ໜຶ່ງເຮັດໄດ້ຫລາຍວຽກ, ອຸທິດຕົນ ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດທີ່ແທ້ຈິງໃຫ້ມີຈຳນວນເພີ່ມຂຶ້ນ; ປັບປຸງກົນໄກ, ລະບອບນຳພາ, ແບບແຜນວິທີເຮັດວຽກ ຂອງຄະນະພັກ, ຄະນະນໍາຮາກຖານພັກ, ກົມກອງ, ພະແນກ ຂອງບັນດາກະຊວງ, ອົງການ ແລະ ພະແນກການຢູ່ທ້ອງຖິ່ນທີ່ໄດ້ໂຮມ, ໂອນ-ຍ້າຍ ໃຫ້ມີຄວາມຄ່ອງຕົວ, ສອດຄ່ອງກັບສະພາບ, ແທດກັບຕົວຈິງ ແລະ ມີວິທະຍາສາດ;  ປັບປຸງ, ສັບຊ້ອນ ແລະ  ນໍາໃຊ້ ສະຖານທີ່ເຮັດວຽກ, ສໍານັກງານ ຂອງກະຊວງ, ອົງການ ແລະ ພະແນກການ ຢູ່ທ້ອງຖິ່ນ ທີ່ຖືກປັບປຸງ ໃຫ້ມີປະສິດທິພາບ.

ສະນັ້ນ, ຄະນະບໍລິຫານງານສູນກາງພັກ ຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍການໂຮມ ກະຊວງແຜນ ການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ, ເອີ້ນຊື່ວ່າ: ກະຊວງການເງິນ;  ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ;  ໂຮມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ຊື່ໃໝ່ເອີ້ນວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ ເອົາວຽກຄຸ້ມຄອງລັດຖະ ກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆທີ່ສອດຄ່ອງກັບພາລະບົບບາດ ຂອງຄະນະຈັດຕັ້ງສູນກາງພັກ, ພ້ອມທັງຍົກຍ້າຍບຸກຄະລາກອນ ທີ່ເຮັດວຽກດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານ ສາສະໝາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນ ທີ່ເຮັດວຽກໃນຂົງເຂດດັ່ງກ່າວ ໄປຂຶ້ນກັບ ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ແລະ ກະຊວງ, ອົງການອື່ນ ທີ່ເຫັນວ່າມີຄວາມສອດຄ່ອງ;  ໂອນວຽກສື່ມວນຊົນ (ວຽກຖະແຫລ່ງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ປ່ຽນຊື່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ; ສຳລັບວຽກ, ກົງຈັກລະອຽດ (ກົມ) ຂອງແຕ່ລະກະຊວງ ທີ່ຖືກໂຮມ, ຍຸບ, ໂອນ ຈະໄປຂຶ້ນກັບກະຊວງ, ອົງການໃດນັ້ນ, ມອບໃຫ້ຄະນະປັບປຸງກົງຈັກ ຄົ້ນຄວ້າ ແລະ ສະເໜີກົມການເມືອງສູນກາງພັກ ຕົກລົງ; ສຳລັບກົງຈັກ ຂອງສະພາແຫ່ງຊາດ ຊຸດທີ X ແມ່ນສະເໜີໃຫ້ ຄະນະປະຈຳສະພາແຫ່ງຊາດ ເປັນເຈົ້າການຄົ້ນຄວ້າ, ພິຈາລະນາ ເພື່ອຫລຸດຜ່ອນກົງຈັກການຈັດຕັ້ງ ຂອງສະພາແຫ່ງຊາດ ທີ່ມີໃນປັດຈຸບັນ ໃຫ້ຍັງເຫລືອ 5 ກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ; ສ່ວນການປັບປຸງກົງຈັກ ຢູ່ທ້ອງຖິ່ນ (ນະຄອນຫລວງ, ບັນດາແຂວງ ແລະ ເມືອງ) ແມ່ນໃຫ້ປັບປຸງ ໂຮມເຂົ້າກັນ ຕາມຂະແໜງສາຍຕັ້ງ ທີ່ມີການປັບປຸງ ໂຮມເຂົ້າກັນ ຢູ່ກະຊວງ, ອົງການທີ່ກ່າວມາຂ້າງເທິງ.

ການປັບປຸງກົງຈັກການຈັດຕັ້ງ ໃນຄັ້ງນີ້, ແມ່ນການປະຕິບັດແນວທາງການຈັດຕັ້ງ ຂອງພັກເຮົາ ໃຫ້ “ກະທັດຮັດ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ເຂັ້ມແຂງ” ເນື້ອແທ້ ແມ່ນການບໍລິຫານຈັດການອົງການ ເພື່ອນຳໃຊ້ຊັບພະຍາກອນຢ່າງປະຢັດ, ຄຸ້ມຄ່າ ແລະ ເກີດຜົນປະໂຫຍດສູງສຸດ, ມີປະສິດທິພາບ ແລະ ຍືນຍົງ; ພາຍຫລັງການປັບປຸງກົງຈັກການຈັດຕັ້ງ ຕ້ອງຮັບປະກັນບັນລຸຄາດໝາຍ ຄື:  ຫລຸດຜ່ອນຈຳນວນ ກະຊວງ, ກົມ ແລະ ພະແນກ ການ ເຮັດໃຫ້ກົງຈັກ ກະທັດຮັດຂຶ້ນ; ເປັນກົງຈັກ ທີ່ມີແບບແຜນວິທີເຮັດວຽກທີ່ດີ (ມີວິທະຍາສາດ, ປະດິດສ້າງ, ແກ້ໄຂວຽກງານວ່ອງໄວ ແລະ ທັນການ);  ເປັນກົງຈັກທີ່ສາມາດຂັບເຄື່ອນ ການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍ, ນິຕິກຳກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ; ມີຄວາມເປັນເຈົ້າການ, ມີຄວາມສາມາດປະຕິບັດ ພາລະບົດບາດ, ໜ້າທີ່ຂອງຕົນຕາມທິດ “ຫັນເປັນມືອາຊີບ"; ເປັນກົງຈັກທີ່ມີຄວາມບໍລິສຸດຜຸດຜ່ອງ ປະຕິບັດໜ້າທີ່ທີ່ຖືກມອບໝາຍ ແລະ ໃຫ້ບໍລິການຮັບໃຊ້ປະຊາຊົນຢ່າງແທ້ຈິງ, ບໍ່ອາຍາສິດ, ບໍ່ສ້າງຄວາມລຳຄານຫຍຸ້ງຍາກ, ເອົາລັດເອົາປຽບປະຊາຊົນ, ເຄື່ອນໄຫວຕາມແນວທາງ, ລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ສ່ອງແສງໄດ້ທາດແທ້ ຂອງລັດປະຊາທິປະໄຕປະຊາຊົນ ຢ່າງຈະແຈ້ງ; ຫລຸດຜ່ອນຄວາມແອອັດດ້ານສະຖານທີ່ເຮັດວຽກ, ຫລຸດຜ່ອນພາຫະນະ, ວັດຖຸ, ອຸປະກອນ ຫລຸດຜ່ອນງົບປະມານ ການໃຊ້ຈ່າຍບໍລິຫານ ແລະ ສ້າງເງື່ອນໄຂ, ຄວາມສາມາດ ໃນການເພີ່ມເງິນເດືອນ, ເງິນອຸດໜູນ ຢ່າງສົມເຫດສົມຜົນ.

ຂ່າວ: ກິດຕາ

KPL