ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ໂຄງການລ້ຽງງົວ ຢູ່ແຂວງຊຽງຂວາງ

ຂປລ. ໃນວັນທີ 13 ມີນາ 2025 ຜ່ານມາ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ຊຸກຍູ້ໂຄງການລ້ຽງງົວພັນນົມ ຂອງບໍລິສັດ ພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງຈຳກັດ, ຣີສອດຟາມງົວພັນນົມ ເຕັກໂນໂລຊີສູງ ທີ່ບ້ານໂຕນເໜືອ ເມືອງແປກ ແຂວງຊຽງຂວາງ ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ເຊິ່ງໂຄງການດັ່ງກ່າວມີເນື້ອທີ່ທັງໝົດ 5.000 ກວ່າເຮັກຕາ. ໃນນີ້, ເນື້ອທີ່ຟາມປະມານ 106 ເຮັກຕາ ປະກອບມີຫ້ອງການ, ຫ້ອງອາຫານ, ເຮືອນພັກ, ສາງສຳລັບໝັກອາຫານສັດ, ໂຮງງານບົດປະສົມອາຫານສັດ ແລະ ສາງເກັບຮັກສາອາຫານສັດ, ໂຮງງານເຮັດຄວາມເຢັນນົມ, ໂຮງລີດນົມ, ບ່ອນເກັບຮັກສານົມ, ບ່ອນຈັດເກັບຮັກສາມູນສັດ ແລະ ເກັບມ້ຽນຂີ້ເຫຍື້ອ, ໂຮງເຮືອນສຳລັບໃຫ້ງົວຢູ່. ນອກນັ້ນ, ຍັງມີເນື້ອທີ່ປູກພືດອາຫານສັດ ປະມານ 1.300 ກວ່າເຮັກຕາ; ໂຄງການດັ່ງກ່າວ ເປັນການລົງທຶນຈາກຕ່າງປະເທດ ໃນວຽກງານກະສິກຳ ກໍຄື ການລ້ຽງສັດ, ສາມາດສ້າງວຽກເຮັດງານທຳປະຊາຊົນ, ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງປະກອບສ່ວນພັດທະນາພື້ນຖານໂຄງລ່າງໃນຊົນນະບົດຈຳນວນໜຶ່ງ.
ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໂຄງການດັ່ງກ່າວ ທີ່ໄດ້ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຊຽງຂວາງຫລາຍດ້ານ. ພ້ອມກັນນີ້, ທ່ານ ຍັງໄດ້ເນັ້ນບໍລິສັດ ກໍຄື ພາກສ່ວນກ່ຽວຂ້ອງ ສືບຕໍ່ແກ້ໄຂບັນຫາທີ່ຍັງຄັງຄ້າງ ໃນໄລຍະຜ່ານມາ ເປັນຕົ້ນ ການປົກປັກ ຮັກສາສິ່ງແວດລ້ອມ ແລະ ຜົນກະທົບຕ່າງໆ ໂດຍສະເພາະ ບັນຫາກິ່ນເໝັນຈາກມູນສັດ, ພ້ອມທັງ ບຳບັດນ້ຳເສຍ ຈາກຟາມໃຫ້ເປັນປົກກະຕິ ລວມທັງເສດຂີ້ເຫຍື້ອທີ່ຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັງຄົມ; ສືບຕໍ່ປະສານກັບພາກສ່ວນຕ່າງໆ ໃນການປະຕິບັດ ພັນທະ ແລະ ການປະກອບສ່ວນເຂົ້າໃນ ການເຄື່ອນໄຫວວຽກງານທີ່ກ່ຽວຂ້ອງກັບ ພາກລັດຢ່າງເປັນປົກກະຕິ; ສືບຕໍ່ໃຫ້ການຊ່ວຍເຫລືອວຽກງານ ການພັດທະນາສັງຄົມ ກໍຄື ພັດ ທະນາທ້ອງຖິ່ນໂຄງການ ໃຫ້ນັບມື້ຫລາຍຂຶ້ນ.

ຫລັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ໄປຕິດຕາມກວດກາເບິ່ງຄວາມຄືບ ໜ້າໂຄງການກໍ່ສ້າງສ້ອມແປງ ແລະ ປັບປຸງສະໜາມບິນ ທົ່ງໄຫຫີນ ແລະ ໄປຢ້ຽມຊົມຫໍມູນເຊື້ອກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຢູ່ທົ່ງໄຫຫີນ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.