ສ.ອາເມລິກາ ຜະເຊີນກັບບັນຫາໄຂ່ແພງ-ຂາດແຄນທົ່ວປະເທດ

12/02/2025 13:50
Email Print 83
KPL - Asean 2024 ປັດຈຸບັນ ປະຊາຊົນໃນ ສະຫະລັດ ອາເມລິກາ ພວມຜະເຊີນກັບ ບັນຫາໄຂ່ແພງ ແລະ ຂາດແຄນ ທົ່ວປະເທດ ຊຶ່ງເປັນຜົນກະທົບຈາກ ການແພ່ລະບາດ ພະຍາດ ໄຂ້ຫວັດສັດປີກ

ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ12ກຸມພານີ້, ປັດຈຸບັນ ປະຊາຊົນໃນ ສະຫະລັດ ອາເມລິກາ ພວມຜະເຊີນກັບ ບັນຫາໄຂ່ແພງ ແລະ ຂາດແຄນ ທົ່ວປະເທດ ຊຶ່ງເປັນຜົນກະທົບຈາກ ການແພ່ລະບາດ ພະຍາດ ໄຂ້ຫວັດສັດປີກ ສົ່ງຜົນໃຫ້ ຜູ້ບໍລິໂພກທົ່ວ ສະຫະລັດ ອາເມລິກາ ຕ້ອງຊື້ໄຂ່ ໃນລາຄາແພງຂຶ້ນ ແລະ ມີການຈຳກັດ ຈຳນວນການຊື້ ເນື່ອງຈາກ ເວລານີ້ ປະລິມານໄຂ່ ໃນຕະຫລາດປັບຫລຸດລົງ ອັນເປັນຜົນກະທົບ ມາຈາກ ການແພ່ລະບາດ ຂອງພະຍາດ ໄຂ້ຫວັດສັດປີກ ເຮັດໃຫ້ຮ້ານຄ້າ ບາງແຫ່ງ ຈຳກັດ ໃຫ້ຜູ້ບໍລິໂພກ ຊື້ໄຂ່ ໄດ້ພຽງຄົນລະ 1ໂຫລ ເທົ່ານັ້ນ ຂະນະທີ່ ລາຄາໄຂ່ ຍັງຄົງປັບເພີ່ມຂຶ້ນ ຢ່າງຕໍ່ເນື່ອງ.ຂະນະທີ່ ລາຄາໄຂ່ ໃນສະຫະລັດ ອາເມລິກາ ໃນເດືອນມັງກອນ ແມ່ນ 5,29 ໂດລາສະຫະລັດຕໍ່ໂຫລ ເພີ່ມຂຶ້ນຈາກ 3,50 ໂດລາສະຫະລັດຕໍ່ໂຫລ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ ແລະ ລາຄາໄຂ່ ອາດຈະເພີ່ມຂຶ້ນອີກ ເຖິງ 20% ໃນປີນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL