ສ.ອາເມລິກາ ຖອນຕົວອອກຈາກສະພາສິດທິມະນຸດ ສປຊ

05/02/2025 21:07
Email Print 83
KPL - Asean 2024 ທ່ານ ໂດນັນ ທຣຳ(Donald Trump),ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນລັດຖະດຳລັດ ວ່າດ້ວຍ ການຖອນ ສ.ອາເມລິກາ ອອກຈາກ ສອງອົງການຂອງ ສປຊ ລວມມີ: ສະພາສິດທິມະນຸດ (UNHRC) ແລະ ອົງການ ຊ່ວຍເຫລືອ ຊາວລີ້ໄພ ປາແລັດສະຕິນ (UNRWA);

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມືື່ອບໍ່ດົນມານີ້, ທ່ານ ໂດນັນ ທຣຳ(Donald Trump),ປະທານາທິບໍດີ ສ.ອາເມລິກາ ໄດ້ລົງນາມ ໃນລັດຖະດຳລັດ ວ່າດ້ວຍ ການຖອນ ສ.ອາເມລິກາ ອອກຈາກ ສອງອົງການຂອງ ສປຊ ລວມມີ:  ສະພາສິດທິມະນຸດ (UNHRC) ແລະ ອົງການ ຊ່ວຍເຫລືອ ຊາວລີ້ໄພ ປາແລັດສະຕິນ (UNRWA); ພ້ອມທັງ ຮຽກຮ້ອງໃຫ້ ພິຈາລະນາຄືນ ການເຂົ້າຮ່ວມຂອງ ສ.ອາເມລິກາ ໃນອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO).ລັດຖະດຳລັດ ດັ່ງກ່າວ ມີເນື້ອໃນຮຽກຮ້ອງໃຫ້ “ພິຈາລະນາຄືນ” ແຫລ່ງເງິນ ອຸປະຖຳຂອງ ສ.ອາເມລິກາ ໃຫ້ແກ່ ສປຊ ຍ້ອນມີການ “ຜິດດ່ຽງກັນຫລາຍ” ກ່ຽວກັບ ຈຳນວນເງິນ ອຸປະຖຳ ຂອງບັນດາ ປະເທດ ສະມາຊິກ. ປັດຈຸບັນ, ສ.ອາເມລິກາ ແມ່ນປະເທດ ອຸປະຖຳໃຫຍ່ສຸດ ຂອງ ສປຊ. ຂະນະທີ່ ສປຊ ຍັງບໍ່ທັນມີ ປະຕິກິລິຍາ ກ່ຽວກັບ ການກະທຳ ຂອງທ່ານ ໂດນັນ ທຣຳ.ນອກຈາກນີ້ ບັນດາ ຖ້ຽວບິນ ທຳອິດ ຂອງ ສ.ອາເມລິກາ ໄດ້ສົ່ງຊາວອົບພະຍົບ ແບບຜິດກົດໝາຍ ທີ່ຖືກກັກຂັງ ໄປຍັງຖານທີ່ໝັ້ນ ການທະຫານ ທີ່ມີຊື່ສຽງ Guantanamo ຢູ່ ກູບາ ໄດ້ດຳເນີນ ໃນວັນທີ 4 ກຸມພາ, ໃນສະພາບການທີ່ ອຳນາດ ການປົກຄອງ ປະທານາທິບໍດີ Donald Trump ເພີ່ມທະວີ ການປາບປາມ ສະພາບ ອົບພະຍົບ ແບບຜິດກົດໝາຍ. /.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL