ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນ ກອງປະຊຸມໂຕະມົນ ປະຈຳປີ 2024

05/02/2025 18:27
Email Print 83
KPL - Asean 2024 ຂປລ. ໃນຕອນບ່າຍ ວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ນຳພາຄະນະໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024




ຂປລ. ໃນຕອນບ່າຍ ວັນທີ 5 ກຸມພາ 2025 ຢູ່ສຳນັກງານນາຍົກລັດຖະມົນຕີ
, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນກອງປະ ຊຸມໂຕະມົນ ປະຈຳປີ 2024 ນຳພາຄະນະໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເພື່ອລາຍງານໂດຍສັງເຂບຜົນສຳເລັດກອງປະຊຸມໂຕະມົນ ປະຈໍາປີ 2024 ໃຫ້ ທ່ານ ນາຍົກລັດຖະມົນຕີ ໃນນາມເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຂະບວນການໂຕະມົນ ຊາບ ແລະ ມີທິດຊີ້ນໍາ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຂະບວນການໂຕະມົນ ໃຫ້ບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມພັດທະນາ ນໍາໄປຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ




ໂອກາດນີ້
, ທ່ານ ສອນໄຊ ສີພັນດອນ ກໍໄດ້ໃຫ້ທິດຊີ້ນຳວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສໍາຄັນຫລາຍ ຕໍ່ ສປປ ລາວ. ສໍາລັບກອງປະຊຸມໂຕະມົນປະຈຳປີ 2024 ໃນຄັ້ງນີ້ ຖືເປັນໂອກາດດີ ໃຫ້ແກ່ພວກເຮົາໄດ້ ປຶກສາຫາລືກ່ຽວກັບ ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ສຳລັບປີ 2024, ທິດທາງແຜນການປີ 2025 ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10 (2026-2030), ບົດລາຍງານຄວາມຄືບໜ້າກ່ຽວກັບ ການກະກຽມຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ແລະ ຜົນການເຂົ້າຮ່ວມກອງປະຊຸມສຸດຍອດ ວ່າດ້ວຍອະນາຄົດ ທີ່ສຳນັກງານຂ້າຫລວງໃຫຍ່ ອົງການສະຫະປະຊາຊາດ, ນະຄອນນີວຢອກ ປະເທດ ສະຫະລັດອາເມລິກາ, ຜົນສຳເລັດຂອງການປຶກສາຫາລື ຂອງກຸ່ມສົນທະນາ 2 ຫົວຂໍ້ສຳຄັນໃນການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ, ການເງິນ ແລະ ການພັດທະນາ ດ້ານຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ລາຍງານການຮ່ວມມື ເພື່ອການພັດທະນາ (ຜົນການສໍາຫລວດຮອບ 4 ຂອງການເປັນຄູ່ຮ່ວມ ເພື່ອການຮ່ວມມື ເພື່ອການພັດທະນາ ທີ່ມີປະສິດທິຜົນ ແລະ ຜົນການທົບທວນແຜນດໍາເນີນງານ ຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການພັດທະນາ ທີ່ມີປະສິດທິຜົນ), ເຖິງວ່າ ສປປ ລາວ ຜະເຊີນ ກັບຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາ ທີ່ຈະສຶບຕໍ່ສະໜັບສະໜູນຊ່ວຍເຫລືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.

ຂໍ້ມູນ-ພາບ: ກົມປະຊາສໍາພັນ ຫສນຍ

KPL