ປະທານອົງການກວດກາແຫ່ງລັດ ເນັ້ນເພີ່ມ ທະວີຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ
ຂປລ. ໃນໂອກາດເຂົ້າກອງປະຊຸມ ວຽກງານກວດກາທົ່ວປະເທດປະຈຳປີ 2024 ວັນທີ 4 ກຸມພາ 2025 ນີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງຂັ້ນສູນກາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເພີ່ມທະວີ ການຕິດຕາມ-ກວດກາການຄຸ້ມຄອງບໍລິຫານລັດ ຕາມພາລະບົດບາດຂອງອົງການກວດກາລັດ ໂດຍສຸມໃສ່ຕິດຕາມ-ກວດກາ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນຕິດພັນກັບການເຄົາລົບ ປະຕິບັດ ລັດຖະທໍາມະນູນ, ບັນດາກົດໝາຍ, ດໍາລັດ, ຂໍ້ກໍານົດ ແລະ ລະບຽບການຕ່າງໆຂອງລັດ ລວມທັງຂອງຂະແໜງການ ແລະ ທ້ອງຖິ່ນວາງອອກ, ສຸມໃສ່ຕິດຕາມ-ກວດກາການຄຸ້ມຄອງ-ນໍາໃຊ້ຊັບສິນຂອງລັດ ແລະ ຊັບພະຍາກອນຂອງຊາດ ເຊັ່ນ: ທີ່ດິນ, ແຮ່ທາດ, ໄມ້-ປ່າໄມ້, ການຄຸ້ມຄອງງົບປະມານ ແລະ ຄັງເງິນ, ກອງທຶນຕ່າງໆຂອງລັດ, ການປະຕິບັດນະໂຍ ບາຍປະຢັດຂອງລັດ ແລະ ອື່ນໆ.
ພ້ອມນັ້ນ, ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມກວດກາ ບັນດາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອອັດຊ່ອງວ່າງທີ່ຈະນຳໄປເຖິງການລະເມີດ ແລະ ແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍ; ໃຫ້ຄະນະພັກທຸກຂັ້ນສືບຕໍ່ນໍາພາ-ຊີ້ນໍາ ເອົາໃຈໃສ່ຕິດຕາມ-ກວດກາ ການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ກໍຄື 2 ວາລະແຫ່ງຊາດ ແລະ ມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກຂັ້ນຕົນ ໃນທ້າຍສະໄໝ ຂອງກອງປະຊຸມໃຫຍ່ ໃຫ້ຮັບປະກັນເນື້ອໃນຈິດໃຈ ທີ່ກໍານົດໄວ້ໃນ ມະຕິກອງປະຊຸມໃຫຍ່; ສືບຕໍ່ຈັດຕັ້ງປະຕິບັດ ເນື້ອໃນກອງປະຊຸມ ວຽກງານກວດກາທົ່ວປະເທດ ຄັ້ງທີ IV ໃຫ້ສອດຄ່ອງກັບບັນດາມະຕິ, ຄຳສັ່ງຂອງສູນກາງພັກ, ນໍາເອົາເນື້ອໃນກອງປະຊຸມກວດກາທົ່ວປະເທດໃນຄັ້ງນີ້ ໄປຜັນຂະຫຍາຍເຂົ້າໃນຂະບວນການວຽກງານຕົວຈິງຢ່າງແຂງແຮງ, ບັນດາຄະນະກວດກາ ກະຊວງ-ອົງການ ແລະ ແຂວງ-ນະຄອນຫລວງວຽງຈັນ ຕ້ອງຮີບຮ້ອນປຶກສາຫາລື ແລະ ຫັນເປັນແຜນການເຄື່ອນໄຫວປະຕິບັດໃຫ້ລະອຽດຈະແຈ້ງ ໂດຍຕິດພັນກັບການແກ້ໄຂ ບັນຫາຕົວຈິງທີ່ຍັງຄົງຄ້າງຜ່ານມ ກໍຄື ບັນຫາທີ່ເກີດຂຶ້ນໃນແຕ່ລະໄລຍະ ຂອງການເຄື່ອນໄຫວນຳພາ-ຊີ້ນຳ ໂດຍປະຕິບັດຕາມຈິດໃຈ ເຮັດຮອດໃສ ກວດກາຮອດຫັ້ນ, ເຫັນການລະເມີດຢູ່ບ່ອນໃດ ກໍແກ້ໄຂໃຫ້ເດັດຂາດທັນການ, ບໍ່ປະໃຫ້ຄຸມເຄືອແກ່ຍາວ.
ນອກຈາກນັ້ນ, ໃຫ້ເອົາໃຈໃສ່ປັບປຸງກົງຈັກ ການຈັດຕັ້ງຄະນະກວດກາແຕ່ລະຂັ້ນໃຫ້ໜັກແໜ້ນ, ເຂັ້ມແຂງ ໂດຍປັບປຸງພາລະບົດບາດ, ບູລະນະກົງຈັກການຈັດຕັ້ງ, ສັບຊ້ອນ ແລະ ຍົກລະດັບບຸກຄະ ລາກອນ ແຕ່ລະຕໍາແໜ່ງງານໃຫ້ຈະແຈ້ງ ຕາມຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 379 ແລະ ກົດໝາຍວ່າດ້ວຍການກວດກາລັດ ສົມທົບການກໍ່ສ້າງ-ຝຶກອົບຮົມຕາມຫລັກສູດ ແລະ ການຈັດຕັ້ງສໍາມະນາຖອດບົດຮຽນ ຈາກພຶດຕິກໍາຕົວຈິງ, ພ້ອມນັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການ ເມືອງ, ນຳພາແນວຄິດ ຕິດພັນກັບການຄຸ້ມຄອງ ການເຄື່ອນໄຫວປະຕິບັດໜ້າ ທີ່ຂອງພະນັກງານ ເພື່ອຮັບປະກັນຄວາມໂປ່ງໃສ ໃນການເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານກວດກາ ເມື່ອມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ຕ້ອງເປັນເຈົ້າການກວດກາແກ້ໄຂຢ່າງທັນການ ແລະ ຂາດຕົວ ແລະ ບໍ່ລໍຖ້າ ຫລື ເອື່ອຍອີງຂັ້ນເທິງອີກ.
ຂ່າວ: ກິດຕາ
ຂໍ້ມູນ: ວສລ