ລັດຖະບານຍີ່ປຸ່ນ ຊ່ວຍເຫລືອກໍ່ສ້າງຂົວ ບ້ານນາຮັງນ້ອຍ ເມືອງອາດສະພອນ

05/02/2025 18:07
Email Print 83
KPL - Asean 2024 ຂປລ. ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງ ເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025


ຂປລ. ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຄງການກໍ່ສ້າງຂົວເບຕົງ ເສີມເຫລັກອັດແຮງ ຂ້າມຫ້ວຍລະຮັງ ຢູ່ບ້ານນາຮັງນ້ອຍ ເມືອງອາດສະພອນ ແຂວງສະຫວັນນະເຂດ, ພາຍໃຕ້ທຶນຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ຈັດຂຶ້ນໃນວັນທີ 4 ກຸມພາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຕັດແຖບຜ້າ, ເປີດປ້າຍ ນຳໃຊ້ຂົວ ຢ່າງເປັນທາງການຂອງ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ແຫ່ງປະ​ເທດຍີ່ປຸ່ນ ປະຈໍາລາວ, ມີການນໍາພັກ-ລັດຂັ້ນແຂວງ, ຂັ້ນເມືອງ, ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານນາຮັງນ້ອຍ ແລະ ບ້ານໃກ້ຄຽງ ເຂົ້າຮ່ວມ.

ທ່ານ ສີວິໄລ ສີທຳມະວັນ ຮອງເຈົ້າເມືອງອາດສະພອນ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຂົວເບຕົງເສີມເຫລັກອັດແຮງບ້ານນາຮັງນ້ອຍ ມີຄວາມຍາວ 20 ແມັດ, ກວ້າງ 4 ແມັດ, ມີ 4 ຊ່ວງ, ມີເສົາກາງ 3 ຄູ່, ລວມມູນຄ່າການກໍ່ສ້າງທັງໝົດ 71.500 ໂດລາສະຫະລັດ ດ້ວຍທຶນຊ່ວຍເຫລືອລ້າຈາກລັດຖະ ບານຍີ່ປຸ່ນ ໂດຍແມ່ນ ບໍລິສັດໜູຄໍາກໍ່ສ້າງຈຳກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້່າງ ເຊິ່ງມີກຳນົດເວລາກໍ່ສ້າງ 6 ເດືອນນັບແຕ່ມື້ເຊັນສັນຍາ (22 ຕຸລາ 2023) ແລະ ໄດ້ສຳເລັດການກໍ່ສ້າງ 100% ໃນວັນທີ 16 ມີນາ 2024. ໃນນີ້, ຍັງມີວຽກຊຸມຊົນປະກອບສ່ວນຕື່ມອີກຄື: ຖົມດິນຫົວຂົວ, ຖົມທາງເຂົ້າຫົວຂົວສອງສົ້ນຈຳນວນ 175 ລົດ ແລະ ເຮັດປ້າຍໂຄງການ, ພ້ອມຕິດຕັ້ງລວມມູນຄ່າທັງໝົດ 53 ລ້ານກວ່າກີບ, ໂຄງການດັ່ງກ່າວສາມາດແກ້ໄຂ ການສັນຈອນໄປມາ ຂອງພໍ່ແມ່ປະຊາຊົນໄດ້  18 ບ້ານ, ມີຈຳນວນພົນ 19.406 ຄົນ, ຍິງ 9.954 ຄົນ ໃຫ້ທຽວໄປ-ມາໄດ້ສະດວກສະບາຍ.

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຕາງໜ້າຄະນະນຳຂັ້ນແຂວງ ແລະ ເມືອງກ່າວຮັບເອົາໂຄງການດັ່ງກ່າວ, ເພື່ອມອບຕໍ່ໃຫ້ອຳນາດ ການປົກຄອງເມືອງອາດສະພອນ ກໍຄື ບ້ານນາຮັງນ້ອຍເປັນຜູ້ຄຸ້ມຄອງ-ນຳໃຊ້ຕໍ່ໄປ. ພ້ອມນີ້, ທ່ານຍັງໄດ້ ສະແດງຄວາມຂອບໃຈຕໍ່ ທ່ານເອກອັກຄະຣາຊະທູດຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອທີ່ມີຄຸນຄ່າ ຕໍ່ປະຊາຊົນບັນດາເຜົ່າຂອງພວກເຮົາ ເຊິ່ງໂຄງການກໍ່ສ້າງຂົວແຫ່ງນີ້ ແມ່ນໂຄງການທີ່ມີຄວາມສຳຄັນຫລາຍ, ນອກຈາກຈະແມ່ນໂຄງການທີ່ນອນຢູ່ ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ທີ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງເມືອງອາດສະພອນ ໄດ້ຮັບຮອງເອົາແລ້ວ, ຍັງແມ່ນໂຄງການ​ທີ່ນອນ​ຢູ່​ໃນ​ບຸລິ​ມະສິດ ໃນການພັດທະນາພື້ນຖານໂຄງລ່າງດ້ານວຽກງານຄົມມະນາຄົມ-ຂົນສົ່ງ ເພື່ອແກ້ໄຂການສັນຈອນໃຫ້ທຽວໄດ້ 2 ລະດູຂອງພໍ່ແມ່ປະຊາຊົນໃນ 18 ບ້ານຂອງເມືອງອາດສະພອນ, ເຮັດໃຫ້​ການ​ຂົນ​ສົ່ງ​ສິນ​ຄ້າ ມີ​ຄວາມ​ສະດວກ​ສະບາຍ, ​ພັດທະນາ​​ເສດຖະກິດ-ສັງຄົມມີ​ການ​ຂະຫຍາຍຕົວ ​ແລະ ສ້າງ​ປະຖົມປັດໄຈ​ໃນ​ການ​ຫລຸດ​ພົ້ນ ​ອອກ​ຈາກ​ເມືອງ​ທຸກ​ຍາກ ​ແລະ ກ້າວ​ສູ່​ການ​ຫລຸດ​ພົ້ນ​ອອກ​ຈາກ​ ປະ​ເທດ​ດ້ອຍ​ພັດທະນາ​ໃນ​ຕໍ່ໜ້າ. ຄຽງຄູ່ກັນນີ້, ຍັງ​ເປັນ​ຂອງຂວັນ​ອັນ​ລ້ຳ​ຄ່າ​ ໃນ​ການສະ​ເຫລີມສະຫລອງ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ລາວ-ຍີ່ປຸ່ນ ຄົບຮອບ​ 70 ປີ​ອີກ​ດ້ວຍ.

ພ້ອມກັນນີ້, ທ່ານເຈົ້າແຂວງສະຫວັນນະເຂດ ຍັງໄດ້ຮຽກຮ້ອງອຳນາດ ການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ຈົ່ງໄດ້ເປັນເຈົ້າການໃນການ ປົກປັກຮັກສາຂົວແຫ່ງນີ້ ໃຫ້ໄດ້ນຳໃຊ້ໄດ້ຍາວນານ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະແມ່ນ ການຂົນສົ່ງສິນຄ້າ ທີ່ເປັນຜະລິດຕະພັນກະສິກຳ ຂອງປະຊາຊົນ ບັນດາເຜົ່າ.

KPL