ສະຫລຸບການຈັດຕັ້ງປະຕິບັດ ໂຄງການ ຮ່ວມມືດ້ານສະຖິຕິ ລາວ-ລຸກຊຳບວກ ໄລຍະ II

05/02/2025 18:20
Email Print 83
KPL - Asean 2024 ຂປລ. ກອງປະຊຸມຄະນະຊີ້ນໍາໂຄງການ ຄັ້ງທີ 4 ຂອງໂຄງການຮ່ວມມື ດ້ານສະຖິຕິລາວ-ລຸກຊໍາບວກ ໄລຍະ II ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024, ພ້ອມທັງປະເມີນຕີລາຄາໂຄງການ ກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດ ໂຄງການປີ 2025.




ຂປລ. ກອງປະຊຸມຄະນະຊີ້ນໍາໂຄງການ ຄັ້ງທີ
4 ຂອງໂຄງການຮ່ວມມື ດ້ານສະຖິຕິລາວ-ລຸກຊໍາບວກ ໄລຍະ II ຈັດຂຶ້ນວັນທິ 5 ກຸມພາ 2025 ເພື່ອສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິບັດໂຄງການໃນປີ 2024, ພ້ອມທັງປະເມີນຕີລາຄາໂຄງການ ກາງສະໄໝ ແລະ ແຜນການຈັດຕັ້ງປະຕິບັດ ໂຄງການປີ 2025.

ໂອກາດນີ້, ທ່ານ ນາງ ເພັດສະໝອນ ສອນ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ໄດ້ໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດ ກິດຈະກໍາຂອງໂຄງການດັ່ງກ່າວ ເຊິ່ງປີ 2024 ສາມາດຈັດຕັ້ງປະຕິບັດ 63 ກິດຈະກໍາ, ຈັດຕັ້ງປະຕິບັດສໍາເລັດ 32 ແລະ ກຳລັງດຳເນີນ 6 ກິດຈະກຳ ເທົ່າກັບ 60%, ໄດ້ຍົກເລີກ 6 ກິດຈະກຳ ເທົ່າກັບ 9,5%, ເລື່ອນໄປຈັດຕັ້ງປະຕິບັດໃນປີ 2025 ມີ 21 ກິດຈະກຳ ເທົ່າກັບ 33,33%, ເນື່ອງ​ຈາກວ່າມີການກະກຽມ ແລະ ຈັດຕັ້ງປະ​ຕິບັດ ບາງ​ການ​ສຳ​ຫລວດ ຂອງສູນ​ສະ​ຖິ​ຕິແຫ່ງ​ຊາດ, ຄຸນລັກສະນະຂອງກິດຈະກຳ ສ້າງຄວາມອາດສາມາດຕິດພັນ ກັບການນຳໃຊ້ຂໍ້ມູນຕົວຈິງ ຈາກການສຳຫລວດ ເປັນຕົ້ນ ແມ່ນ LECS7, ແຕ່ການສໍາຫລວດດັ່ງກ່າວ ຫາກະລິເລີ່ມພາກສະໜາມ ໃນປີ 2024. ເຖິງຢ່າງໃດກໍຕາມ, ບັນດາກິດຈະກຳທັງໝົດ ປີ 2024 ​ທີ່ບໍ່ໄດ້ປະຕິບັດ ແມ່ນໄດ້ຍົກມາສືບຕໍ່ຈັດຕັ້ງປະຕິບັດໃນປີ 2025.




ສຳລັບ ແຜນການຈັດຕັ້ງປະຕິບັດ ໂຄງການປີ
2025  ແມ່ນສຸມໃສ່ປະສານສົມທົບ ແລະ ການເຮັດວຽກັນເປັນທິມ ລະຫວ່າງ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ພາຍໃນສູນສະຖິຕິແຫ່ງຊາດ ແລະ ກັບບັນດາກະຊວງ, ຂະແໜງການ, ການເພີ່ມປະສິດທິຜົນ ໃນການປະສານງານ, ຄຸ້ມຄອງບໍລິຫານ ແລະ ຈັດສັນບຸກຄະລະກອນ, ການເພີ່ມຄວາມເຂົ້າໃຈ ຂະບວນການຂອງການເຮັດວຽກ ໃນແຕ່ລະອົງປະກອບ ແລະ ກິດຈະກຳ ຕົ້ນຕໍຂອງໂຄງການ ເປັນຕົ້ນ ການສ້າງສະຖິຕິສິ່ງແວດລ້ອມ, ສະຖິຕິສັງຄົມ ແລະ ຄວາມທຸກຍາກ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຈັດຕັ້ງສະຖິຕິ, ສ້າງສະຖິຕິທະບຽນວິສາ ຫະກິດ  ແລະ ການພະຍາກອນເສດຖະກິດ, ການຮຽນຮູ້ ແລະ ການແລກປ່ຽນກັບບັນດາ ອົງການສະຖິ ຕິ ແລະ  ການຄຸ້ມຄອງບໍລິຫານໂຄງການ.

KPL