ອີຢູ ປະກາດກົດໝາຍວ່າດ້ວຍ ປັນຍາປະດິດ ມີຜົນສັກສິດຢ່າງເປັນທາງການ

05/02/2025 21:07
Email Print 83
KPL - Asean 2024 ບັນດາ ຂໍ້ກຳນົດ ທຳອິດ ຂອງກົດໝາຍ ວ່າດ້ວຍ ປັນຍາ ປະດິດ (AI Act) ຂອງ ສະຫະພາບ ເອີຣົບ (EU) ມີຜົນສັກສິດ ຢ່າງເປັນທາງການ, ສ້າງບາດລ້ຽວ ສຳຄັນ ໃນການຄຸ້ມຄອງ ແລະ ກຳນົດທິດ ອະນາຄົດ ຂອງຂະແໜງ ອຸດສາຫະກຳ AI.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້, ບັນດາ ຂໍ້ກຳນົດ ທຳອິດ ຂອງກົດໝາຍ ວ່າດ້ວຍ ປັນຍາ ປະດິດ (AI Act) ຂອງ ສະຫະພາບ ເອີຣົບ (EU) ມີຜົນສັກສິດ ຢ່າງເປັນທາງການ, ສ້າງບາດລ້ຽວ ສຳຄັນ ໃນການຄຸ້ມຄອງ ແລະ ກຳນົດທິດ ອະນາຄົດ ຂອງຂະແໜງ ອຸດສາຫະກຳ AI. ບັນດາ ຂໍ້ກຳນົດ ທຳອິດ ທີ່ໄດ້ໝູນໃຊ້ນັ້ນ ລວມມີ ນິຍາມກ່ຽວກັບ ລະບົບ AI, ຍົກສູງ ຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີ ນຳໃຊ້ AI ຖືກຫ້າມ ຍ້ອນຄວາມສ່ຽງ ຊ້ອນແຝງ ບໍ່ອາດຍອມຮັບໄດ້ໃນ EU. ສິ່ງດັ່ງກ່າວ ໄດ້ວາງພື້ນຖານ ໃຫ້ແກ່ ກອບນິຕິກຳ ທີ່ຮອບດ້ານ, ເພື່ອແນໃສ່ ຮັບປະກັນການພັດທະນາ ແລະ ການໝູນໃຊ້ AI ຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL