ເສັ້ນທາງລົດໄຟຄວາມໄວສູງຈາກໄທ-ສປ ຈີນ ຈະເປີດບໍລິການພາຍໃນປີ 2030

05/02/2025 13:12
Email Print 83
KPL - Asean 2024 ລັດຖະບານໄທ ປະກາດວ່າ: ເສັ້ນທາງລົດໄຟ ຄວາມໄວສູງ ທີ່ມີຄວາມຍາວ 609 ກິໂລແມັດ ຈະເລີ່ມເປີດບໍລິການ ພາຍໃນປີ 2030. ເສັ້ນທາງລົດໄຟສາຍນີ້ ຈະເຊື່ອມຕໍ່ກັບ ສປປ ລາວ ແລະ ສປ ຈີນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ລັດຖະບານໄທ ປະກາດວ່າ: ເສັ້ນທາງລົດໄຟ ຄວາມໄວສູງ ທີ່ມີຄວາມຍາວ 609 ກິໂລແມັດ ຈະເລີ່ມເປີດບໍລິການ ພາຍໃນປີ 2030. ເສັ້ນທາງລົດໄຟສາຍນີ້ ຈະເຊື່ອມຕໍ່ກັບ ສປປ ລາວ ແລະ ສປ ຈີນ, ແຕ່ແຜນການດັ່ງກ່າວ ຊ້າກວ່າ ແຜນການເກົ່າ ທີ່ກໍານົດໄວ້ ເກືອບ 10 ປີ.ຂະນະທີ່ ທ່ານ ຈິຣາຢຸ, ໂຄສົກ ລັດຖະບານໄທ ກ່າວວ່າ: ເສັ້ນທາງລົດໄຟ ໄລຍະທີ່ເຊື່ອມຕໍ່ ນະຄອນ ຫລວງບາງກອກ ກັບ ນະຄອນໂຄຣາດ ເຊິ່ງໄກຈາກ ນະຄອນຫລວງ ບາງກອກ ປະມານ 220 ກິໂລແມັດ ໄດ້ສຳເລັດ ການກໍ່ສ້າງ ຫລາຍກວ່າ 1/3 ແລ້ວ, ສ່ວນເສັ້ນທາງລົດໄຟ ໄລຍະໄປຫາ ໜອງຄາຍ ທີ່ຕິດກັບຊາຍແດນລາວ ຈະສ້າງສຳເລັດໃນປີ 2030. ເສັ້ນທາງລົດໄຟລາວ-ຈີນ ທີ່ ເປີດນຳໃຊ້ໃນປີ 2021 ຈະເຊື່ອມຕໍ່ກັບໜອງຄາຍ ໂດຍຜ່ານນະຄອນຫລວງວຽງຈັນ ເຊິ່ງມີໄລຍະຍາວ ປະມານ 25 ກິໂລແມັດ.ໄທ-ສປ ຈີນ ໄດ້ເຊັນສັນຍາ ກໍ່ສ້າງເສັ້ນທາງ ລົດໄຟ ຄວາມໄວສູງ ໄປຫາ ສປ ຈີນ ໃນປີ 2017, ຕາມແຜນ ການເກົ່າ ແມ່ນເລີ່ມເປີດ ບໍລິການໃນປີ 2021./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL