ເສີມສ້າງຄວາມສາມາດ ໃນການໃຫ້ຄໍາປຶກສາ ດ້ານກົດໝາຍ-ປົກປ້ອງຄຸ້ມຄອງແຮງງານເພດຍິງ

05/02/2025 17:53
Email Print 83
KPL - Asean 2024 ຂປລ. ສູນກາງສະຫະພັນກໍາມະບານລາວ ຮ່ວມກັບອົງການມູນລະນິທິພິທັກສະຕີ (AAT) ຈັດ ຝຶກອົບຮົມເສີມສ້າງການພັດທະນາ ເພື່ອສົ່ງເສີມຄວາມສາມາດ ໃນການໃຫ້ຄໍາປຶກສາ ດ້ານກົດໝາຍກ່ຽວກັບ ການປົກປ້ອງຄຸ້ມຄອງແຮງງານເພດຍິງ ໃນວັນທີ 4-6 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ



ຂປລ. ສູນກາງສະຫະພັນກໍາມະບານລາວ ຮ່ວມກັບອົງການມູນລະນິທິພິທັກສະຕີ (
AAT) ຈັດ ຝຶກອົບຮົມເສີມສ້າງການພັດທະນາ ເພື່ອສົ່ງເສີມຄວາມສາມາດ ໃນການໃຫ້ຄໍາປຶກສາ ດ້ານກົດໝາຍກ່ຽວກັບ ການປົກປ້ອງຄຸ້ມຄອງແຮງງານເພດຍິງ ໃນວັນທີ 4-6 ກຸມພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຈັນທະວອນ ອາໄພຍາລາດ ຮອງຫົວໜ້າຫ້ອງການ ສູນກາງສະຫະພັນກໍາມະບານລາວ, ທ່ານ ນາງ ສິລິລັກ ແສງສຸວັນ ຜູ້ປະສານງານອົງການມູນນິທິພິທັກສະຕີ ປະເທດໄທ, ທ່ານ ກາລະເກດ ຈິ່ມມີ່ ໄຊຖານິດ ຫົວໜ້າຂະແໜງການຄ້າ ຫ້ອງການສະຖານທູດການາດາ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກສູນກາງ ສະຫະພັນກໍາມະບານລາວ, ສະຫະພັນກໍາມະບານ ນະຄອນຫລວງວຽງຈັນ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້, ເພື່ອເສີມສ້າງຄວາມສາມາດ ໃຫ້ແກ່ເຄື່ອຂ່າຍນັກກົດໝາຍ ຂອງອົງ ການມູນລະນິທິພິທັກສະຕີ ແລະ ພະນັກງານຂອງສະຫະພັນກໍາມະບານລາວ ທີ່ຮັບຜິດຊອບການໃຫ້ຄໍາປຶກສາດ້ານກົດໝາຍ ໂດຍສະເພາະແມ່ນ ຜູ້ຮັບຜິດຊອບວຽກງານໄກ່ເກ່ຍ ຂໍ້ຂັດແຍ່ງດ້ານແຮງງານ ໄດ້ມີທັກສະ ແລະ ຄວາມຮູ້ເພີ່ມເຕີມ ດ້ານກົດໝາຍຢ່າງເລິກເຊິ່ງ ກ່ຽວກັບກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ເພື່ອດໍາເນີນການຊ່ວຍເຫລືອແຮງງານເດັກ ແລະ ເພດຍິງທີ່ຖືກສະແຫວງຫາ ຜົນປະໂຫຍດທາງເພດ.




ບົດຮຽນທີ່ນໍາມາຝຶກອົບຮົມຄັ້ງນີ້, ປະກອບມີ: ສຳຫລວດປະສົບການຜ່ານມາ ຂອງຜູ້ເຂົ້າຮ່ວມກ່ຽວກັບ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ
, ນໍາສະເໜີກ່ຽວກັບອົງ ການຈັດຕັ້ງທາງສັງຄົມທີ່ ໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ໃນ ສປປ ລາວ ແລະ ປະເທດໄທ, ພາລະບົດບາດສິດ ແລະ ໜ້າທີ່ຂອງພາກສ່ວນທີ່ ດຳເນີນຄະດີຄ້າມະນຸດ, ພ້ອມທັງສົນທະນາກ່ຽວກັບຈຸດທີ່ຄືກັນ ແລະ ແຕກຕ່າງກັນລະຫວ່າງ ສປປ ລາວ ແລະ ປະເທດໄທ, ບົດບາດຂອງທະນາຍຄວາມໃນການຊ່ວຍ ເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ສິ່ງທ້າທ້າຍໃນການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ລະຫວ່າງ ໄທ-ລາວ, ທັກສະການເກັບ ກໍາຂໍ້ມູນ ຈາກຜູ້ຖືກເຄາະຮ້າຍເຊັ່ນ: ການສຳພາດ, ການຕັ້ງຄຳຖາມ, ການກຽມຄວາມພ້ອມຂອງລູກຄວາມ, ຂະບວນການຄ້າມະນຸດ, ຂັ້ນຕອນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ການດໍາເນີນຄະດີຄ້າມະນຸດ ໃນ ສປປ ລາວ, ຂະບວນການດໍາເນີນຄະດີຄ້າມະນຸດ ໃນປະເທດ ໄທ ແລະ ສົນທະນາກ່ຽວກັບ ຈຸດທີ່ຄືກັນ ແລະ ແຕກຕ່າງກັນ ລະຫວ່າງຂະບວນການດຳເນີນຄະດີ ຄ້າມະນຸດ ລາວ-ໄທ, ກະກຽມສະແດງບົດບາດສົມມຸດ ໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດເລີ່ມຈາກ ການເກັບກຳຂໍ້ມູນ, ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫລວດ ຈົນຮອດຂັ້ນສານ.




ຊຸດອົບຮົມຄັ້ງນີ້, ໄດ້ແບ່ງກຸ່ມຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທັງ
, ສະແດງບົດບາດສົມມຸດເຫດການຕົວຈິງທີ່ເກີດຂຶ້ນ. ທັງນີ້, ກໍເພື່ອໃຫ້ຜູ້ເຂົ້າຮ່ວມ ກຳໄດ້ເນື້ອໃນບົດຮຽນທີ່ໄດ້ຝຶກອົບຮົມ ແລະ ພ້ອມກັນນໍາໄປ ຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ເພື່ອຮັບປະ ກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານເດັກ-ເພດຍິງ ກໍຄື ຊ່ວຍເຫລືອຜູ້ເຄາະຮ້າຍ ຈາກການຄ້າມະນຸດ ໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບ, ກົດໝາຍ.

ຂໍ້ມູນ-ພາບ: ສື່ກໍາມະບານລາວ

KPL