ອົງການອະນາໄມໂລກ ຫລຸດຜ່ອນງົບປະມານ400 ລ້ານໂດລາສະຫະລັດ
![](images/demo-img8.jpg)
![](https://cms.kpl.gov.la/Media/Upload/News/Hot/2025/02/05/7-whoxemxet_yxmr.png)
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ບັນດາປະເທດ ສະມາຊິກ ອົງການ ອະນາໄມໂລກ (WHO) ໄດ້ເລີ່ມຕົ້ນ ການປຶກສາຫາລື ກ່ຽວກັບ ການຫລຸດຜ່ອນເງິນ ເປັນຈຳນວນ 400 ລ້ານ ໂດລາສະຫະລັດ ໃນງົບປະມານ. ພາຍຫລັງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ.ອາເມລິກາ ເຊັນລັດຖະບັນຍັດຖອນ ສ.ອາເມລິກາ ອອກຈາກອົງການນີ້. ຈາກນັ້ນ ທ່ານ ເທໂດສ ແອັດຮານອມ ເກເບຣເຢຊູສ(Tedros Adhanom Ghebreyesus)ຜູ້ອຳນວຍການ ອົງການ ອະນາໄມໂລກ ໄດ້ປົກປ້ອງ ວຽກງານ ຂອງອົງການນີ້ ກໍ່ຄື ບັນດາການປັບປຸງ ໃນໄລຍະມໍ່ໆມານີ້, ພ້ອມທັງ ຮຽກຮ້ອງໃຫ້ ສ.ອາເມລິກາ ພິຈາລະນາຄືນ ການຕັດສິນຖອນຕົວ ແລະ ເຂົ້າຮ່ວມ ການເຈລະຈາກັບ WHO ກ່ຽວກັບ ບັນດາ ການປ່ຽນແປງຕໍ່ໄປ. ພ້ອມທັງ ຊີ້ແຈ້ງວ່າ WHO ສະແດງ ຄວາມຊົມເຊີຍຕໍ່ ບັນດາຂໍ້ສະເໜີ ແລະ ແນວຄວາມຄິດຈາກ ສ.ອາເມລິກາ ກໍ່ຄື ທຸກປະເທດ ສະມາຊິກ ເພື່ອແນໃສ່ ປັບປຸງ ປະສິດທິຜົນ ໃນການເຄື່ອນໄຫວ ຂອງອົງການນີ້ ໃນການໜູນຊ່ວຍ ປະຊາຊົນ ໃນທົ່ວໂລກ ໃຫ້ດີກ່ວາເກົ່າ. ການຫລຸດຜ່ອນ ງົບປະມານ ຈະໄດ້ຮັບການປຶກສາຫາລື ຢູ່ກອງປະຊຸມຢູ່ ເຊີແນວ (ສະວິດ) ທີ່ໄດ້ດຳເນີນແຕ່ວັນທີ 3 ກຸມພາ ຫາວັນທີ 11 ກຸມພາ ໃນນັ້ນມີ ຜູ້ຕາງໜ້າ ຂອງບັນດາ ອົງການ ສະມາຊິກ ຈະປຶກສາຫາລື ກ່ຽວກັບ ແຫລ່ງອຸປະຖຳ ແລະ ວຽກງານຂອງ WHO ໃຫ້ແກ່ ໄລຍະ 2026-2027./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ