ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວ ສປຈີນ ເພີ່ມຂຶ້ນ 55%

04/02/2025 09:47
Email Print 83
KPL - Asean 2024 ກະຊວງ ການທ່ອງທ່ຽວຂອງ ກຳປູເຈຍ ເປີດເຜີຍວ່າ: ນັກທ່ອງທ່ຽວ ຊາວສປຈີນ ເດີນທາງຢ້ຽມຢາມ ກຳປູເຈຍ ລວມມີ ທັງໝົດ 848.952 ເທື່ອຄົນ ໃນປີ 2024 ຊຶ່ງເພີ່ມຂຶ້ນ 55% ຈາກ 547.798 ເທື່ອຄົນ ໃນປີ 2023.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ການທ່ອງທ່ຽວຂອງ ກຳປູເຈຍ ເປີດເຜີຍວ່າ: ນັກທ່ອງທ່ຽວ ຊາວສປຈີນ ເດີນທາງຢ້ຽມຢາມ ກຳປູເຈຍ ລວມມີ ທັງໝົດ 848.952 ເທື່ອຄົນ ໃນປີ 2024 ຊຶ່ງເພີ່ມຂຶ້ນ 55% ຈາກ 547.798 ເທື່ອຄົນ ໃນປີ 2023. ໂດຍຈຳນວນ ນັກທ່ອງທ່ຽວ ຊາວສປຈີນ ກວມເອົາ 12,7% ຂອງ ຈຳນວນ ນັກທ່ອງທ່ຽວ ຊາວຕ່າງປະເທດ ທັງໝົດ  6,7 ລ້ານເທື່ອຄົນ ໃນປີ 2024 ແລະ ສປຈີນ ເປັນແຫລ່ງ ນັກທ່ອງທ່ຽວ ຕ່າງປະເທດ ຂະໜາດໃຫຍ່ທີ່ສຸດ ອັນດັບ 3 ຖັດຈາກ ໄທ ແລະ ຫວຽດນາມ.

ເຈົ້າໜ້າທີ່ ລະດັບສູງ ຂອງກະຊວງກ່ຽວຂ້ອງ ລະບູວ່າ ການເພີ່ມຂຶ້ນ ຂອງ ນັກທ່ອງທ່ຽວ ຊາວສປຈີນ ເປັນໂອກາດ ສຳຄັນ ບໍ່ພຽງແຕ່ຊ່ວຍກະຕຸ້ນ ການພັດທະນາ ອຸດສາຫະກຳ ການທ່ອງທ່ຽວ ຫາກຍັງ ສ້າງໂອກາດ ໃຫ້ແກ່ ການລົງທຶນ ໃນພາກສ່ວນອື່ນໆ ໃນອະນາຄົດ.​ ດັ່ງນັ້ນ, ອຸດສາຫະກຳ ການທ່ອງທ່ຽວ ຂອງ ກຳປູເຈຍ ຈຶ່ງມີຄວາມກ່ຽວພັນ ຢ່າງແໜ້ນແຟ້ນ ກັບ ການເຂົ້າມາຂອງ ນັກທ່ອງທ່ຽວ ແລະ ນັກລົງທຶນຊາວ ສປຈີນ. ໂດຍຄາດວ່າ ປີ 2025 ນີ້  ຄວາມພະຍາຍາມ ຮ່ວມກັນ ລະຫວ່າງ ລັດຖະບານ, ພາກເອກະຊົນ ແລະ ສະຖານ ເອກອັກຄະລັດຖະທູດ ຈີນ ປະຈຳກຳປູເຈຍ ຈະຊ່ວຍປັບເພີ່ມ ປະລິມານ ຈຳນວນ ນັກທ່ອງທ່ຽວ ຊາວສປຈີນ ໃຫ້ເພີ່ມຂຶ້ນ. ປັດຈຸບັນ, ຂະແໜງການທ່ອງທ່ຽວ ເປັນໜຶ່ງ ໃນສີ່ເສົາຫລັກ ທີ່ ສະໜັບ ສະໜູນ ເສດຖະກິດ ຂອງ ກຳປູເຈຍ ນອກຈາກນັ້ນ, ພາກການສົ່ງອອກແຜ່ນແພ -ເກີບ, ສິນຄ້າ ເພື່ອການເດີນທາງ , ຂະແໜງການກະສິກຳ ແລະ ພາກການກໍ່ສ້າງ ແລະ ອະສັງຫາລິມະຊັບ ອີກດ້ວຍ./

KPL