ປາຖະກະຖາ ສະຫລອງວັນການທູດລາວ ຄົບຮອບ 79 ປີ

16/10/2024 14:49
Email Print 83
KPL - Asean 2024 ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາເພື່ອສະເຫລີມສະຫລອງ ວັນການທູດລາວ ຄົບຮອບ 79 ປີ (12/10/1945-12/10/2024) ໃນວັນທີ 16 ຕຸລາ 2024 ໂດຍໃຫ້ກຽດເປັນປະທານ ແລະ ຂຶ້ນບັນຍາຍຂອງ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນໍາກະຊວງ, ອະດີດທູດອາວຸໂສ, ພະນັກງານບໍານານ, ຄະນະກົມ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.




ຂປລ. ກະຊວງການຕ່າງປະເທດ ຈັດປາຖະກະຖາເພື່ອສະເຫລີມສະຫລອງ ວັນການທູດລາວ ຄົບຮອບ 79 ປີ (12/10/1945-12/10/2024) ໃນວັນທີ 16 ຕຸລາ 2024 ໂດຍໃຫ້ກຽດເປັນປະທານ ແລະ ຂຶ້ນບັນຍາຍຂອງ ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ,
ມີບັນດາຄະນະພັກ-ຄະນະນໍາກະຊວງ, ອະດີດທູດອາວຸໂສ, ພະນັກງານບໍານານ, ຄະນະກົມ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ພ້ອມກັນນີ້, ກໍໄດ້ມີການປະກາດພະນັກງານ ການນໍາກະຊວງ ທ່ານ ຕິ່ງ ສຸກສັນ ຮອງເລຂາຄະ ນະພັກກະຊວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ອອກຮັບອຸດໜູນບໍານານ, ມອບ-ຮັບໜ້າ ທີ່ຫົວໜ້າກົມອົງການ ຈັດຕັ້ງສາກົນ ລະຫວ່າງ ທ່ານ ນາງ ມຸກດາວັນ ສີສຸລິດ ຜູ້ໃໝ່ ແລະ ທ່ານ ດາວວີ ວົງໄຊ ຜູ້ເກົ່າ ແລະ ປະກາດປະດັບຊັ້ນການທູດ ແກ່ພະນັກງານກະຊວງການຕ່າງປະເທດ ເຊັ່ນ: ອັກຄະລັດຖະທຸດ 1 ທ່ານ, ອັກຄະລັດຖະທູດ ທີ່ປຶກສາ 7 ທ່ານ, ທີ່ປຶກສາ 20 ທ່ານ, ເລຂານຸການເອກ 30 ທ່ານ, ເລຂານຸການໂທ 50 ທ່ານ, ເລຂານູການຕີ 7 ທ່ານ ແລະ ອານຸເລຂາ 3 ທ່ານ.

ການປາຖະກະຖາໃນຄັ້ງນີ້, ເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດ ກໍຄື ຫວນຄືນປະຫວັດສາດ ຂອງຊາດລາວ ທີີ່ປະຊາຊົນລາວ ມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອຮັກຊາດ, ມີຄວາມສາມັກຄີ ທີ່ເປັນປຶກແຜ່ນ ແລະ ອົງອາດກ້າຫານ, ເດັດດ່ຽວຕໍ່ສູ້ປົດປ່ອຍ ປະເທດຊາດ  ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງຍັງເປັນໂອກາດອັນດີ ສຳລັບພະນັກ ງານກະຊວງການຕ່າງປະເທດ ໂດຍສະເພາະ ນັກການທູດໜຸ່ມນ້ອຍຈະໄດ້ ຮຽນຮູ້ຄຸນສົມບັດ, ກໍາໄດ້ປະຫວັດສາດ, ຄຸນງາມຄວາມດີ, ຄວາມອົງອາດກ້າຫານ ແລະ ຄວາມສາມັກຄີອັນໜຽວແໜ້ນ ແລະ ຄວາມເສຍສະລະອັນສູງສົ່ງ ຂອງບັນພະບູລຸດຂອງຊາດເຮົາ ເພື່ອນໍາໄປຈັດຕັ້ງຜັນ ຂະຫຍາຍນໍາໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານການຕ່າງປະເທດ ໃຫ້ແທດເໝາະ ແລະ ສອດຄ່ອງກັບແນວທາງ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ພັກ-ລັດ ກໍຄື ເພື່ອຮັບປະກັນຄຸນນະພາບ ຂອງການປະຕິບັດໜ້າທີ່ການ ເມືອງການທູດຂອງຕົນ ໃຫ້ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ. ພ້ອມນັ້ນ, ກໍເປັນການສະເຫລີມສະຫລອງ ແລະ ຍ້ອງຍໍຜົນງານການເຄື່ອນໄຫວ ວຽກງານການຕ່າງປະເທດ ກໍຄື ການຈັດຕັ້ງປະຕິບັດ ນະໂຍບາຍ ການຕ່າງປະເທດຂອງລາວ ທີ່ສອດຄ້ອງກັບສະພາບ ເງື່ອນໄຂຕົວຈິງ ໃນແຕ່ລະໄລຍະ ຕະຫລອດ 79 ປີ ຜ່ານມາ.




ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງປະ ຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນການທູດລາວ, ລວມເຖິງຜົນສໍາເລັດຂອງການເຄື່ອນໄຫວ ວຽກງານການຕ່າງ ປະເທດຂອງພັກ, ລັດຖະບານ ຕະຫລອດ 79 ປີ
ຊຶ່ງມາຮອດປັດຈຸ ບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 150 ປະເທດ, ມີສໍານັກງານຕາງໜ້າ ການທູດຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 42 ແຫ່ງ (ໃນນັ້ນມີສະຖານເອກອັກຄະລັດຖະທູດ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສຸນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ); ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 17 ປະເທດ ແລະ ກົງສຸນກິດຕິມະສັກຕ່າງປະເທດຢູ່ ສປປ ລາວ 15 ປະເທດ; ມີດ່ານສາກົນ 28 ແຫ່ງ; ມີການພົວພັນກັບພັກການເມືອງຕ່າງໆໃນໂລກ 140 ພັກໃນ 84 ປະເທດ ແລະ ມີ 19 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ. 

ພ້ອມກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງຍົກໃຫ້ເຫັນເຖິງຜົນສໍາເລັດໃນການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024  ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໂດຍສະເພາະ ແມ່ນຜົນສໍາເລັດຂອງການເປັນເຈົ້າພາບ ແລະ ປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຊຶ່ງສາມາດຍາດມາໄດ້ຜົນສໍາເລັດອັນໃຫຍ່ຫລວງ ແລະ ໄດ້ຍົກບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ກໍຄື ການປະກອບສ່ວນຂອງອາຊຽນ ຕໍ່ການຮັກສາສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາ ແລະ ການເຊື່ອມຈອດຂອງພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ຍັງໄດ້ຖືໂອກາດນີ້ສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງບັນດາອ້າຍເອື້ອຍນ້ອງພະນັກງານກະຊວງການຕ່າງປະເທດທຸກຄົນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການປະກອບສ່ວນຕາມພາລະບົດບາດຂອງຕົນ ເພື່ອເຮັດໃຫ້ການເປັນປະທານອາຊຽນ ແລະ ການເປັນເຈົ້າພາບກອງປະຊຸມຕ່າງໆ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຕອນທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້​ໃຫ້​ທິດຊີ້ນໍາ ພະນັກງານກະຊວງການຕ່າງ ປະເທດ ໂດຍໄດ້ເນັ້ນວ່າ ໃນສະພາບການຂອງໂລກ ທີ່ມີການຜັນແປໄປຢ່າງໄວວາ ແລະ ສະຫລັບສັບຊ້ອນ, ພະນັກງານກະຊວງ ການຕ່າງປະເທດ ຫລື ນັກການທູດ ຕ້ອງສືບຕໍ່ຍຶດໝັ້ນແນວທາງການຕ່າງ ປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ເປີດກວ້າງການຮ່ວມມືແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ ຕາມທິດຊີ້ນໍາເພີ່ມມິດ ຫລຸດ ຜ່ອນສັນຕູ ພາຍໃຕ້ຄໍາຂວັນ“ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ”; ນັກການທູດ ຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ, ມີຄວາມຊໍານິຊໍານານ ດ້ານການພົວພັນສາກົນ, ມີຄວາມຮູ້ດ້ານເສດຖະກິດ, ກົດໝາຍ, ພາສາຕ່າງປະເທດ, ມີຄວາມຮູ້ດ້ານວັດທະນະທໍາ, ສາສະໜາ, ເຕັກໂນໂລຢີ, ຕ້ອງເປັນນັກເຈລະຈາ ແລະ ນັກໂຄສະນາທີ່ມີຄວາມສາມາດ ແລະ ຄ່ອງແຄ້ວ, ຕ້ອງມີຄວາມສະດຸ້ງໄວ ເພື່ອສາມາດເປັນເສນາທິການ ທີ່ດີໃຫ້ແກ່ພັກ ແລະ ລັດຖະ ບານ ໃນຂົງເຂດວຽກງານການຕ່າງປະເທດ ແນໃສ່ບັນລຸສອງໜ້າທີ່ຍຸດທະສາດຂອງພັກ ແລະ ລັດ ຕາມລະດັບຄາດໝາຍ ທີ່ວາງໄວ້ໄດ້ເປັນຢ່າງດີ.

ຈາກ​ນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະພັກ-ຄະນະນໍາກະຊວງ, ອະດີດທູດອາວຸ ໂສ, ພະນັກງານບໍານານ, ຄະນະກົມ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງ ປະເທດ ກໍໄດ້ຢ້ຽມຊົມຫ້ອງມູນເຊື້ອຂອງກະຊວງການຕ່າງປະເທດ ຊຶ່ງໄດ້ຈັດວາງສະແດງຮູບພາບ ແລະ ຜົນງານ ອັນສະແດງເຖິງມູນເຊື້ອການທູດລາວ ຕະຫລອດ 79 ປີ ຜ່ານມາ.

KPL